ບັນຫາປອດນິວເຄຼຍຈະແມ່ນຈຸດສຸມໃນນະໂຍບາຍໃໝ່ຂອງອາເມລິກາ ກັບ ສປປ.ເກົາຫຼີ
(VOVWORLD) -ຄຳວິເຄາະຂອງທ່ານ Ned Price ໄດ້ຍົກອອກມາໃນສະພາບການ ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ຈະມີການພົບປະກັບຄູ່ຮ່ວມຕຳແໜ່ງ ສ.ເກົາຫຼີ ແລະ ຍີ່ປຸ່ນ ໃນວັນທີ 2 ເມສາ ຢູ່ ວິທະຍາຄານທະຫານເຮືອ ຢູ່ Annapolis, Maryland (ອາເມລິກາ)
ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ (ພາບ: Reuters) |
ກ່າວຄຳເຫັນໃນວັນທີ 1 ເມສາ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າເລື່ອງຫັນ ສປປ.ເກົາຫຼີ ປອດນິວເຄຼຍ ຈະແມ່ນຈຸດສຸມໃນທຸກນະໂຍບາຍໃໝ່ຂອງ ວໍຊິງຕັນຕໍ່ພຽງຢາງ, ພ້ອມທັງເນັ້ນຕື່ມອີກວ່າ ອາເມລິກາ ຈະປະຕິບັດການພິຈາລະນາຄືນ ບັນດານະໂຍບາຍໃຫ້ສຳເລັດຜົນໂດຍໄວ. ພ້ອມກັນນັ້ນ ທ່ານ Ned Price ກໍ່ຢັ້ງຢືນວ່າ ບໍ່ວ່ານະໂຍບາຍໃດຂອງອາເມລິກາຕໍ່ ສປປ.ເກົາຫຼີ ລ້ວນແຕ່ຈະໄດ້ຮັບການປະຕິບັດພ້ອມກັບບັນດາ ພັນທະມິດສຳຄັນ ເຊິ່ງລວມມີ ສ.ເກົາຫຼີ ແລະ ຍີ່ປຸ່ນ.
ຄຳວິເຄາະຂອງທ່ານ Ned Price ໄດ້ຍົກອອກມາໃນສະພາບການ ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ຈະມີການພົບປະກັບຄູ່ຮ່ວມຕຳແໜ່ງ ສ.ເກົາຫຼີ ແລະ ຍີ່ປຸ່ນ ໃນວັນທີ 2 ເມສາ ຢູ່ ວິທະຍາຄານທະຫານເຮືອ ຢູ່ Annapolis, Maryland (ອາເມລິກາ) ເພື່ອແນໃສ່ປຶກສາຫາລືກ່ຽວກັບຫຼາຍບັນຫາທີ່ແຕກຕ່າງກັນ, ລວມມີໝາກຜົນ ຂອງການພິຈາລະນານະໂຍບາຍຂອງ ອາເມລິກາຄືນໃໝ່.