(vovworld) - ບັນຫາປອດນິວເຄຼຍໃນແຫຼມ ເກົາຫຼີ ອາດສາມາດແກ້ໄຂໃນຂອບເຂດການເຈລະຈາ 6 ຝ່າຍ, ເຊິ່ງລວມມີ: ລັດເຊຍ, ອາເມລິກາ, ຈີນ, ຍີ່ປຸ່ນ, ສ ເກົາຫຼີ ແລະ ສປປ ເກົາຫຼີ. ກ່າວຄຳເຫັນຕໍ່ວົງການນັກຂ່າວເມື່ອວັນທີ 5/4 ຢູ່ມົດສະກູ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ Alexander Lukashevich ຊີ້ແຈ້ງທັດສະນະຂອງລັດເຊຍ ແມ່ນຢຸດຕິບັນດາການກະທຳທີ່ອັນຕະລາຍໃນແຫຼມ ເກົາຫຼີ, ສ້າງເງື່ອນໄຂເພື່ອເຊື່ອມຕໍ່ການເຈລະຈາ 6 ຝ່າຍໂດຍໄວ. ໂຄສົກກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ: ສະພາບການໃນແຫຼມ ເກົາຫຼີ ສືບຕໍ່ເຄັ່ງຕຶງ ແລະ ສັບສົນຫຼາຍ. ແລະ ພຽງແຕ່ມີກົນໄກເຈລະຈາ 6 ຝ່າຍໃໝ່ຈຶ່ງສາມາດຊ່ວຍຊອກຫາມາດຕະການແກ້ໄຂໃຫ້ແກ່ວິກິດການຢູ່ທີ່ນີ້. ໂຄສົກກະຊວງການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ: ໂດຍແມ່ນປະເທດກຳມະການປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ລັດເຊຍ ຖືເລື່ອງ ສປປ ເກົາຫຼີ ບໍ່ປະຕິບັດບັນດາມະຕິກ່ຽວກັບການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍແມ່ນສິ່ງທີ່ບໍ່ອາດຮັບຮູ້ໄດ້.