ບໍລິສັດໃຫຍ່ລົງທຶນແລະດຳເນີນທຸລະກິດດ້ວຍທຶນຂອງລັດສົ່ງເສີມການລົງທຶນຢູ່ລັດເຊຍ
(ກອງປະຊຸມສຳມະນາ “ກາລະໂອກາດລົງທຶນ
ຢູ່ສະຫະພັນລັດເຊຍ ແລະ ຫວຽດນາມ - ແງ່ຫວັງແຫ່ງການຮ່ວມມື”)
(vovworld) - ໃນລະຫວ່າງວັນທີ 27 – 30/03, ຄະນະປະຕິບັດງານຂອງບໍລິສັດໃຫຍ່ລົງທຶນ ແລະ ດຳເນີນທຸລະກິດດ້ວຍທຶນຂອງລັດ (SCIC) ໂດຍຜູ້ອຳນວຍການໃຫຍ່ ລ້າຍວັນດ້າວ, ເປັນຫົວໜ້າຄະນະ ໄດ້ໄປປະຕິບັດງານຢູ່ສະຫະພັນລັດເຊຍ ເພື່ອປະຕິບັດການສົ່ງເສີມການລົງທຶນ. ວັນທີ 29/03, ຢູ່ນະຄອນຫຼວງມົດສະກູ, SCIC ໄດ້ຈັດກອງປະຊຸມສຳມະນາ “ກາລະໂອກາດລົງທຶນຢູ່ສະຫະພັນລັດເຊຍ ແລະ ຫວຽດນາມ - ແງ່ຫວັງແຫ່ງການຮ່ວມມື” ດ້ວຍຈຸດປະສົງແນໃສ່ເຊື່ອມຕໍ່ນັກລົງທຶນລັດເຊຍ ກັບບັນດາວິສາຫະກິດທີ່ຂຶ້ນກັບການຄຸ້ມຄອງຂອງ SCIC, ຍູ້ແຮງການເຄື່ອນໄຫວສ້າງໂຄງປະກອບການລົງທຶນຂອງລັດຢູ່ວິສາຫະກິດຄືນໃໝ່, ຊຸກຍູ້ກາລະໂອກາດຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ ແລະ ລັດເຊຍ. ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າຂອງ SCIC ແລະ ກະຊວງພັດທະນາເສດຖະກິດລັດເຊຍ ໄດ້ແນະນຳສະພາບແວດລ້ອມ ແລະ ຄວາມສາມາດດຶງດູູດການລົງທຶນຂອງຫວຽດນາມ ແລະ ລັດເຊຍ, ກໍຄືແນະນຳໃຫ້ບັນດາວິສາຫະກິດຫວຽດນາມ ກາລະໂອກາດສົ່ງອອກສິນຄ້າໄປຍັງຕະຫຼາດລັດເຊຍ ແລະ ກາລະໂອກາດເພື່ອໃຫ້ບັນດາວິສາຫະກິດລັດເຊຍ ຮ່ວມມືລົງທຶນກັບບັນດາວິສາຫະກິດທີ່ຂຶ້ນກັບການຄຸ້ມຄອງຂອງ SCIC. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ຜູ້ອຳນວຍການໃຫຍ່ ລ້າຍວັນດ້າວ ຫວັງວ່າ, ການສົ່ງເສີມດ້ານການຄ້າຄັ້ງນີ້ຈະຊຸກຍູ້ການພົວພັນເພື່ອໃຫ້ບັນດາຄູ່ຮ່ວມມືຂອງລັດເຊຍ ຮ່ວມມືລົງທຶນພ້ອມກັບວິສາຫະກິດຫວຽດນາມ, ເພື່ອໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພ້ອມກັນພັດທະນາ.
ກ່ອນໜ້ານັ້ນ, ວັນທີ 28/03, ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ SCIC ແລະ ທະນາຄານການຄາ້ຕ່າງປະເທດລັດເຊຍ (VTB).