ບູລະນະປະຕິສັງຂອນກຸງເກົ່າຮວາລື ໃຫ້ກາຍເປັນ ໜຶ່ງໃນບັນດາສູນທ່ອງທ່ຽວທີ່ໃຫຍ່ຂອງ ຫວຽດນາມ
ບູລະນະປະຕິສັງຂອນກຸງເກົ່າຮວາລື ໃຫ້ກາຍເປັນໜຶ່ງ
ໃນບັນດາສູນທ່ອງທ່ຽວທີ່ໃຫຍ່ຂອງຫວຽດນາມ
(ພາບ: baoninhbinh.org.vn)
(vovworld)- ທີ່ການເຮັດວຽກກັບການນຳແຂວງນິງບີ່ງ ໃນວັນທີ 14/1, ທ່ານປະທານປະເທດ ເຈືອງເຕິນຊາງ ເນັ້ນໜັກວ່າ: ບູລະນະປະຕິສັງຂອນກຸງເກົ່າຮວາລື ໃຫ້ກາຍເປັນໜຶ່ງໃນບັນດາສູນທ່ອງທ່ຽວທີ່ໃຫຍ່ຂອງຫວຽດນາມ. ຕາມທ່ານປະທານປະເທດ ເຈືອງເຕິນຊາງ ແລ້ວ, ກຸງເກົ່າຮວາລື ແມ່ນບ່ອນເລີ່ມຕົ້ນ ຂອງ 3 ລາຊະວົງດີງ-ຕ່ຽນເລ-ລີ໋ ໃນປະຫວັດສາດຫວຽດນາມ. ດ້ວຍຜົນງານ ສະຫງ່າລາສີຂອງບັນດາລາຊະວົງເມື່ອກ່ອນ, ກຸງເກົ່າຮວາລື ແມ່ນມໍລະດົກອັນໃຫຍ່ຫຼວງທີ່ສຸດ, ຮຽກຮ້ອງຕ້ອງການບັນດາກະຊວງ, ຂະແໜງການ ແລະ ແຂວງນິງບີ່ງຕ້ອງຮີບດ່ວນສຳຫຼວດ ເພື່ອໃຫ້ມີແຜນການສັງລວມເຊີດຊູຢ່າງເໝາະສົມ; ວຽກງານປະຕິສັງຂອນຕ້ອງປະຕິບັດຢ່າງແນບນຽນເປັນລະບົບ. ກ່ຽວກັບລາຍຈ່າຍລົງທຶນໃຫ້ການບູລະນະປະຕິສັງຂອນ, ທ່ານປະທານປະເທດ ເຈືອງເຕິນ ຊາງ ຖືວ່າ: ນິງບີ່ງ ຄວນມີນະໂຍບາຍເພື່ອດຶງດູດບັນດານັກລົງທຶນເຂົ້າຮ່ວມ.
ແລະກໍ່ໃນວັນດຽວກັນ, ເມື່ອເຮັດວຽກກັບການນຳແຂວງຮ່ານາມ, ທ່ານປະທານປະເທດ ເຈືອງເຕິນຊາງ ຕີລາຄາສູງເລື່ອງແຂວງຮ່ານາມ ຫັນບັນດາໂຄງການຮ່ວມມືໃນຂົງເຂດກະສິກຳ ລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ເປັນລະອຽດ ຕາມຂໍ້ຕົກລົງຂັ້ນສູງ 2 ປະເທດ. ທ່ານປະທານປະເທດ ເຈືອງເຕິນຊາງ ໃສ່ໃຈວ່າ: ໃນຊຸມປີຕໍ່ໄປ, ຫວຽດນາມ ຈະປະຕິບັດບັນດາຄຳໝັ້ນສັນຍາກັບພາກພື້ນ ອາຊຽນ ແລະ ໂລກ ກ່ຽວກັບການຄ້າເສລີ ແລະ ເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ, ກ້ວາງຂວາງ. ພື້ນຖານເສດຖະກິດຫວຽດນາມ ເວົ້າລວມ ແລະ ຂະແໜງກະສິກຳເວົ້າສະເພາະ ຈະມີກາລະໂອກາດພັດທະນາຫຼາຍຢ່າງ ແຕ່ສິ່ງທ້າທາຍແກ່ງແຍ້ງກໍ່ບໍ່ແມ່ນໜ້ອຍ. ສະນັ້ນ, ຮ່ານາມ ແລະ ບາງທ້ອງຖິ່ນໃນທົ່ວປະເທດຄວນມີນະໂຍບາຍດ້ານກະສິກຳຢ່າງມີປະສິດທິຜົນກ່ວາອີກ ເພື່ອແນໃສ່ຍົກສູງລາຍຮັບ, ການດຳລົງຊີວິດໃຫ້ແກ່ຊາວກະສິກອນ.