ບ້ວງລົງໂທດທີ 7 ຂອງ ອີຢູ ແນໃສ່ ລັດເຊຍ ມີຜົນສັກສິດ

(VOVWORLD) -ອີຢູ ຈະຫ້າມການນຳເຂົ້າຄຳຕາກ ລັດເຊຍ ພາຍໃຕ້ຮູບແບບຜະລິດຕະພັນເຄິ່ງສຳເລັດຮູບ ແລະ ວັດຖຸເສດເຫຼືອ.
ບ້ວງລົງໂທດທີ 7 ຂອງ ອີຢູ ແນໃສ່ ລັດເຊຍ ມີຜົນສັກສິດ - ảnh 1(ພາບປະກອບ: TASS/TTXVN)

ວັນທີ 21 ກໍລະກົດ, ບ້ວງລົງໂທດທີ 7 ຂອງສະຫະພາບເອີລົບ (ອີຢູ) ແນໃສ່ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ມີຜົນສັກສິດຢ່າງເປັນທາງການ, ລວມມີບັນດາມາດຕະການຫ້າມການຊື້, ນຳເຂົ້າ ຫຼື ມອບຄຳ, ໃນນັ້ນມີຄຳເປັນເຄື່ອງເອ້ຢ້ອງ.

        ຕາມບ້ວງລົງໂທດ, ອີຢູ ຈະຫ້າມການນຳເຂົ້າຄຳຕາກ ລັດເຊຍ ພາຍໃຕ້ຮູບແບບຜະລິດຕະພັນເຄິ່ງສຳເລັດຮູບ ແລະ ວັດຖຸເສດເຫຼືອ. ນອກນັ້ນ, ອີຢູ ກໍ່ນຳລາຍຊື່ 48 ສ່ວນບຸກຄົນ ແລະ ອົງການຈັດຕັ້ງຂອງ ລັດເຊຍ ເຂົ້າ “ບັນຊີດຳ” ຖືກປິດລ້ອມຊັບສົມບັດ ຫຼື ຫ້າມເຂົ້າເມືອງ. ອີຢູ ໃຫ້ຮູ້ວ່າ ບັນດາມາດຕະການລົງໂທດດັ່ງກ່າວກໍ່ກີດຂວາງປະເທດທີ 3 ແລະ ພົນລະເມືອງຂອງເຂົາເຈົ້າເຄື່ອນໄຫວຢູ່ນອກ ອີຢູ ຊື້ຜະລິດຕະພັນການຢາ ຫຼື ຜະລິດຕະພັນດ້ານການແພດຈາກ ລັດເຊຍ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 21 ກໍລະກົດ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກແຈ້ງການເພີ່ມຕື່ມ 39 ຜູ້ຕາງໜ້າວິສາຫະກິດປ້ອງກັນຊາດ ແລະ ການບໍລິການຄວາມໝັ້ນຄົງຂອງ ອົດສະຕາລີ ເຂົ້າບັນຊີລາຍຊື່ຫ້າມເຂົ້າເມືອງ, ໃນການກະທຳໂຕ້ຕອບຕໍ່ຮ່າງກົດໝາຍວ່າດ້ວຍການລົງໂທດຕໍ່ ມົດສະກູ ເຊິ່ງ Canberra ຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ