ບາງ​ປະ​ເທດ​ໃນ​ໂລກ​ຕົກ​ລົງ​ຜ່ອນ​ຜັນ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນໂລກ​ລະ​ບາດ​ໂຄວິດ 19

(VOVWORLD) - ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດໂຄວິດ 19 ເກືອບ 77 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 917.000 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ບາງ​ປະ​ເທດ​ໃນ​ໂລກ​ຕົກ​ລົງ​ຜ່ອນ​ຜັນ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນໂລກ​ລະ​ບາດ​ໂຄວິດ 19 - ảnh 1


ສັກວັກຊິນກັນໂຄວິດຢູ່ ໂຕກຽວ-ຍີ່ປຸ່ນ (ພາບ:
AFP/TTXVN)

ຕາມເວັບໄຊ worldometers.infoແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 3 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນຍືນກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ໃໝ່ກ່ວາ 3 ລ້ານຄົນ, ໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ທັງໝົດຂຶ້ນກ່ວາ 385 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 5.7 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດໂຄວິດ 19 ເກືອບ 77 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 917.000 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

   ຢູ່ເອີລົບ, ເຖິງວ່າໂລກລະບາດຍັງມີຄວາມສັບສົນກໍ່ຕາມ ແຕ່ບາງປະເທດກໍ່ໄດ້ຕົກລົງຜ່ອນຜັນບັນດາມາດຕະການປ້ອງກັນໂລກລະບາດ. ຫວ່າງແລ້ວນີ້, ຝະລັ່ງ ໄດ້ຕົກລົງຜ່ອນຜັນບັນດາມາດຕະການປ້ອງກັນໂລກລະບາດ, ໃນນັ້ນ ມີເລື່ອງໃຊ້ຜ້າອັດປາກຢູ່ເຂດສາທາລະນະ. ຢູ່ສະວິດ, ວົງການເຈົ້າໜ້າທີ່ປະເທດນີ້ ໄດ້ປະກາດວ່າ ຈະຕົກລົງຜ່ອນຜັນບັນດາມາດຕະການຄວບຄຸມໂລກລະບາດ ແລະ ຈະຊັ່ງຊາທຸກຂໍ້ຈຳກັດໃນກາງເດືອນກຸມພານີ້. ສ່ວນນາຍົກລັດຖະມົນຕີ ອີຕາລີ Mario Draghi ໄດ້ໃຫ້ຄຳໝັ້ນໝາຍວ່າຈະຍູ້ແຮງການເປີດປະຕູຄືນໃໝ່.

   ຢູ່ອາເມລິກາ, ກຳລັງທະຫານບົກປະເທດນີ້ປະກາດວ່າ ຈະປົດນາຍທະຫານທີ່ປະຕິເສດການສັກວັກຊິນກັນໂຄວິດ 19 ແລະ ຢືນຢັນວ່າ ລັດຖະດຳລັດດັ່ງກ່າວມີບົດບາດສຳຄັນ ເພື່ອແນໃສ່ຮັກສາກຳລັງກຽມພ້ອມສູ້ຮົບ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ປະກາດຂັ້ນຕອນການເປີດປະຕູເຂດຊາຍແດນແຫ່ງຊາດຄືນໃໝ່ຕາມ 5 ໄລຍະ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 16 ໂມງ ຂອງວັນທີ 02 ກຸມພາ ຫາເວລາ 16 ໂມງຂອງວັນທີ 03 ກຸມພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຢູ່ພາຍໃນປະເທດ 8.575 ຄົນ ແລະ ຜູ້ເຂົ້າເມືອງ 26 ຄົນຕື່ມອີກ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 25.094 ຄົນ.

ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດໄວຣັດ Omicron 192 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ