ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳນະຄອນ ຮ່າໂນ້ຍ
ພາບ:baodientu.chinhphu.vn
(vovworld) - ຕອນເຊົ້າວັນທີ 20/2, ທ່ານ ຫງວຽນຊວນຟຸກ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດ ໄດ້ມີການເຮັດວຽກກັບ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ກ່ຽວກັບສະພາບການຜັນຂະຫຍາຍແຜນການດຳເນີນງານ “ປີແຫ່ງຄວາມປອດໄພຄົມມະນາຄົມ 2012”, ວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພຄົມມະນາຄົມ ແລະ ຕ້ານສະພາບລົດຕິດຢູ່ໃນບໍລິເວນນະຄອນ. ທີ່ການເຮັດວຽກ, ການນຳຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: ປີ ແຫ່ງຄວາມປອດໄພຄົມມະນາຄົມ 2012, ນະຄອນ ຮ່າໂນ້ຍ ຈະວາງອອກບັນດາຄາດໝາຍອັນເປັນພື້ນຖານຄື: ຫລຸດຜ່ອນຢ່າງຫນ້ອຍສຸດ 10% ກໍລະນີອຸປະຕິເຫດທາງຄົມມະນາຄົມ, ຈຳນວນຜູ້ຖືກເສຍຊີວິດ ແລະ ບາດເຈັບຍ້ອນອຸປະຕິເຫດຄົມມະນາຄົມ, ຫລຸດຜ່ອນຢ່າງຫນ້ອຍສຸດ 20% ກໍລະນີລົດຕິດຄົມມະນາຄົມ, ລົບລ້າງ 50% ບ່ອນທີ່ເຄີຍເກີດອຸປະຕິເຫດ. ພ້ອມກັນນັ້ນ ເລື່ອງປ່ຽນເວລາເຂົ້າ ແລະ ເລີກຮຽນ, ເວລາເຮັດວຽກໃຫມ່ ຊຶ່ງນະຄອນ ຮ່າໂນ້ຍໄດ້ຜັນຂະຫຍາຍປະຕິບັດໃນເດືອນ 2/2012 ມີປະສິດທິຜົນໃນເບື້ອງຕົ້ນ ເປັນຕົ້ນແມ່ນໃນຍາມຕອນເຊົ້າ. ກ່າວຄຳເຫັນນະການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານຄະນະກຳມະການ ຄວາມປອດໄພຄົມມະນາຄົມແຫ່ງຊາດໄດ້ເນັ້ນຫນັກວ່າ:
“ພວກເຮົາພວມປະຕິບັດແຜນນະໂຍບາຍຫນຶ່ງທີ່ສຳຄັນຂອງລັດຖະບານ ແມ່ນຖະຫນົນສາຍຕ່າງໆບໍ່ມີສະພາບການລົດຕິດ, ຂ້າງຖະໜົນບໍ່ມີລົດຈອດ. ນະຄອນ ຮ່າໂນ້ຍ ໄດ້ມີບັນດາມາດຕະການຫ້າມຖະໜົນ 262 ສາຍບໍ່ໄດ້ຢຸດ ແລະ ຈອດລົດ. ຕຳຫລວດຂອງ ນະຄອນ ຮ່າໂນ້ຍ ພ້ອມກັບບັນດາຄະນະກຳມະການປະຊາຊົນ ເມືອງ ປະຕິບັດວຽກງານຢ່າງຂ້ຽວຂາດ. ໄລຍະຈະມາເຖິງ ພວກເຮົາຕ້ອງເຮັດແນວໃດເພື່ອໃຫ້ປະຊາຊົນປະຕິບັດກົດໝາຍວ່າດ້ວຍຄົມມະນາຄົມທາງບົກເປັນຢ່າງດີ ແລະ ພິເສດ ແມ່ນວັດທະນະທຳໃນການສັນຈອນຢູ່ ນະຄອນຫລວງ ເພື່ອເປັນແບບຢ່າງໃຫ້ທັງປະເທດ.