ບາດກ້າວພັດທະນາໃໝ່ໃນການພົວພັນປ້ອງກັນຊາດ ຫວຽດນາມ - ນິວຊີແລນ

(VOVWORLD) - ທີ່ການເຈລະຈາ, ລັດຖະມົນຕີສອງທ່ານໄດ້ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງແຕ່ລະປະເທດ...
ບາດກ້າວພັດທະນາໃໝ່ໃນການພົວພັນປ້ອງກັນຊາດ ຫວຽດນາມ - ນິວຊີແລນ - ảnh 1 ທ່ານ ພົນເອກ ໂງຊວນລິກ ແລະ ທ່ານ Ron Mark

ໂດຍໄດ້ຮັບຄຳເຊີ້ອເຊີນຂອງທ່ານ Ron Mark, ລັດຖະມົນຕີກະຊວງປ້ອງກັນປະເທດ ນີວຊີແລນ, ທ່ານ ພົນເອກ ໂງຊວນລິກ, ຮອງເລຂາພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ຢ້ຽມຢາມ ນີວຊີແລນ ຢ່າງເປັນທາງການ.

        ວັນທີ 5 ພະຈິກ, ພິທີຕ້ອນຮັບທ່ານລັດຖະມົນຕີ ໂງຊວນລິກ ແລະ ຄະນະໄດ້ຮັບການຈັດຕັ້ງທາງການຕາມພິທີມູນເຊືື້ອຂອງຊາວ Maori, ຊາວທ້ອງຖິ່ນຂອງ ນິວຊີແລນ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການເຈລະຈາ. ທີ່ການເຈລະຈາ, ລັດຖະມົນຕີສອງທ່ານໄດ້ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ພ້ອມທັງຕີລາຄາ ແລະ ສະເໜີບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືປ້ອງກັນຊາດສອງຝ່າຍ. ສອງຝ່າຍຖືວ່າ ການຮ່ວມມືປ້ອງກັນຊາດໃນໄລຍະຜ່ານມາໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນຕາມບັນດາເອກະສານທີ່ໄດ້ລົງນາມ, ພິເສດແມ່ນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດລົງນາມໃນປີ 2013, ເໝາະສົມກັບຄວາມຕ້ອງການ, ແຫຼ່ງກຳລັງຂອງແຕ່ລະຝ່າຍ.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ໂງຊວນລິກ ໄດ້ປະກາດວ່າ ປີ 2020, ຫວຽດນາມ ຈະແມ່ນປະທານ ອາຊຽນ. ກະຊວງປ້ອງກັນປະເທດ ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ກໍ່ຄືພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກົນໄກນີ້ ແລະ ສະເໜີລັດຖະມົນຕີກະຊວງປ້ອງກັນປະເທດ ນິວຊີແລນ ໜູນຊ່ວຍ ແລະ ສະໜັບສະໜູນ ຫວຽດນາມ.

        ກ່ຽວກັບບັນຫາທະເລຕາເວັນອອກ, ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບບັນດາການຂັດແຍ້ງກັນຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ