ບາດຫຼວງGulenກ່າວຫາປະທານາທິບໍດີErdoganຈັດການລັດຖະປະຫານ
ບາດຫຼວງອິດສະລາມ Fethullah Gulen
(ພາບ: Reuters)
(vovworld) - ວັນທີ 17/07 ບາດຫຼວງອິດສະລາມ Fethullah Gulen ຖືວ່າ: ທ່ານພ້ອມແລ້ວທີ່ຈະເຄົາລົບທຸກຄວາມຕັດສິນພາຕົວຈາກຝ່າຍ ອາເມລິກາ, ພ້ອມທັງກ່າວຫາທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ຈັດການລັດຖະປະຫານທີ່ຫາກໍ່ເກີດຂຶ້ນຢູ່ປະເທດນີ້. ເມື່ອຕອບສຳພາດຕໍ່ນັກຂ່າວຢູ່ລັດ Pennsylvania (ອາເມລິກາ) ແຫ່ງທີ່ທ່ານພວມດຳລົງຊີວິດ, ບາດຫຼວງ Gulen ໃຫ້ຮູ້ວ່າ: ທ່ານບໍ່ເປັນຫ່ວງຕໍ່ຄຳຮຽກຮ້ອງພາຕົວຂອງອຳນາດການປົກຄອງ ຕວກກີ.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ສະເໜີ ວໍຊິງຕັນ ພາຕົວບາດຫລວງນີ້ກັບເມືອ ຕວກກີ. ອຳນາດການປົກຄອງ ອາເມລິກາ ຢືນຢັນວ່າ: ຈະຊັ່ງຊາທຸກຄວາມສະເໜີຂອງ Ankara ຢ່າງເປັນທາງການ. ເຖິງຢ່າງໃດກໍ່ຕາມ, ລັດຖະມົນຕີການຕ່າງປະເທດ ອາເມລິກາ ທ່ານ John Kerry ຖືວ່າ: Ankara ຕ້ອງສະໜອງພະຍານຫລັກຖານ ແລະ ພື້ນຖານດ້ານນິຕິກຳຢ່າງຈະແຈ້ງ ກ່ຽວກັບເລື່ອງພາຕົວບາດຫລວງ Gulen.
ບາດຫລວງ Fethullah Gulen ອາຍຸ 75 ປີ, ປະຈຸບັນພວມດຳລົງຊີວິດຜັດຖິ່ນຢູ່ລັດ Pennsylvania ອາເມລິກາ ແລະ ຖືກກ່າວຜູກໂທດທໍລະຍົດປະເທດຊາດຊາດ. ພາຍຫລັງອອກຈາກ ຕວກກີ, ບາດຫລວງທ່ານນີ້ ຖືກອຳນາດການປົກຄອງ Ankara ກ່າວຫາມີບັນດາການເຄື່ອນໄຫວອິດສະລາມຫົວຮຸນແຮງ.