ບາດຫຼວງGulenຮຽກຮ້ອງເປີດການສືບສວນສາກົນ

ບາດຫຼວງGulenຮຽກຮ້ອງເປີດການສືບສວນສາກົນ - ảnh 1
ບາດ​ຫຼວງອິດ​ສະ​ລາມ Fethullah Gulen 
(ພາບ​ປະ​ກອບ: Reuters)


(vovworld) - ວັນ​ທີ 12/08, ບາດ​ຫຼວງອິດ​ສະ​ລາມ Fethullah Gulen ໄດ້​ຮຽກ​ຮ້ອງຈັດ​ຕັ້ງ​ການ​ສືບ​ສວນ​ສາ​ກົນ​ກ່ຽວ​ກັບ​ການກໍ່​ລັດ​ຖະ​ປະານ​ທີ່​ຖືກ​ປະ​ລ​າ​ໄຊ​ຢູ່​ຕວກ​ກີ ເມື່ອ​ເດືອນ 07 ຜ່ານ​ມາ, ພ້ອມ​ທັງ​ຖະ​ແຫຼງ “ຮ່ວມ​ມື​ຢ່າງ​ຄົບ​ຖ້ວນ” ກັບ​ບໍ່​ວ່າ​ການ​ສືບ​ສວນ​ໃດໆ ທີ່​ກ່ຽວ​ຂ້ອງ​ເຖິງ​ການກໍ່​ລັດ​ຖະ​ປະ​ຫານ​ຢູ່​ຕວກ​ກິ ເຊິ່ງ ອາ​ນ​ກາ​ຣາ ກ່າວ​ຫາ​ບາດ​ຫຼວງ​ອົງນີ້ ພວມ​ຢູ່​ອາ​ເມ​ລິ​ຫາ ຢືນ​​ຢູ່​ເບື້ອງ​ຫຼັງ. ເມື່ອ​ຕອບ​ສຳ​ພາດ​ໜັງ​ສື​ພິມ Le Monde ຂອງ​ຝ​ລັ່ງ, ບາດ​ຫຼວງ Gulen ໄດ້​ປະ​ຕ​ິ​ເສດ​ບັນ​ດາ​ຄຳ​ກ່າວ​ຫາ​ຂອງ​ຕວກ​ກີ ກ່ຽວ​ກັບ​ເລື່ອງ​ທ່ານ​ໄດ້​ຊີ້​ນຳ​ການກໍ່​ລັດ​ຖະ​ປະ​ຫານ​ໃນ​ຄ່ຳ​ຄືນ​ວັນ​ທີ 15/07 ເພື່ອ​ແນ​ໃສ່​ໂຄນ​ລົ້ມ​ປະ​ທາ​ນາ​ທິ​ບໍ​ດີ Tayyip Erdogan. ບາດ​ຫຼວງ Gulen ໄດ້​ເວົ້າ​ວ່າ: “ຂ້າ​ພະ​ເຈົ້າ​ສະ​ເໜີ​ຄະ​ນະ​ກຳ​ມະ​ການ​ສາ​ກົນ​ເອ​ກະ​ລາດ ສືບ​ສວນ​ການກໍ່​ລັດ​ຖະ​ປະ​ຫານ​ຢູ່​ຕວກ​ກີ. ຖ້າ​ຫາກ​ບັນ​ດາ​ຄຳ​ກ່າວ​ຫາ​ແນ​ໃສ່​ຂ​້າ​ພະ​ເຈົ້າ​ໄດ້​ຮັບ​ການຢັ້ງ​ຢືນ, ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ເມື່ອ​ຕວກ​ກີ ເພື່ອປະ​ເຊີນ​ໜ້າ​ກັບ​ການ​ລົງ​ໂທດ​ຢ່າງ​ໜັກ”.

ຂ່າວ/ບົດ​ອື່ນ