ບຳລຸງສ້າງປັນຍາຊົນໜຸ່ມ ເປັນຜູ້ມີຄວາມເກັ່ງກ້າ ສາມາດໃຫ້ແກ່ປະເທດ ຊາດ
ທ່ານລັດຖະມົນຕີຫງວຽນທາຍບິງ
(ພາບ:/baolaocai.vn)
(vovworld)- ໃນລາຍການ “ປຊຊ ຖາມ-ລັດຖະມົນຕີຕອບ“ ເມື່ອວັນທີ 13/4, ທ່ານຫງວຽນທາຍບິງ, ລັດຖະມົນຕີກະຊວງພາຍໃນຫວຽດນາມ ໃຫ້ຮູ້ວ່າ: ໃນຈຳນວນປັນຍາຊົນໜຸ່ມ 580 ຄົນທີ່ດຳລົງຕຳແໜ່ງເປັນຮອງປະທານຄະນະ ກຳມະການ ປຊຊ ຕາແສງຢູ່ 64 ເມືອງທຸກຍາກໃນຂອບເຂດໂຄງການຮອງປະທານ ຄະນະກຳມະການ ປຊຊ ຕາແສງ 600 ຄົນນັ້ນ, ມີເກືອບ 85% ສະມາຊິກໃນໂຄງການໄດ້ປະຕິບັດໜ້າທີ່ໄດ້ຮັບການມອບໝາຍໃນປີ 2013 ເປັນຢ່າງດີ. ບັນດາຮອງປະທານຄະນະກຳມະການ ປຊຊ ຕາແສງໄດ້ຕັ້ງໜ້າ, ເປັນເຈົ້າການໃນການໃຫ້ຄຳປຶກສາ, ຜັນຂະຫຍາຍບັນດາລາຍການ, ແຜນຮ່າງ, ໂຄງການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ໄດ້ຮັບຄວາມເຫັນດີເຫັນພ້ອມ, ສະໜັບ ສະໜູນຈາກ ປຊຊ. ຕາມແຜນການ, ການຄັດເລືອກນັກປັນຍາຊົນໜຸ່ມຈະເລີ່ມແຕ່ເດືອນ 5/2014. ທ່ານລັດຖະມົນຕີຫງວຽນທາຍບິງ ໃຫ້ຮູ້ວ່າ: ນອກຈາກສອງໂຄງການຮອງປະທານຄະນະກຳມະການ ປຊຊ ຕາແສງ 600 ຄົນ ແລະ ລັດຖະກອນຕາແສງ 500 ຄົນ, ເພື່ອສືບຕໍ່ດຶງດູດແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ມີລະດັບຄວາມຮູ້, ແນໃສ່ບຳລຸງສ້າງເພື່ອກາຍເປັນຜູ້ມີຄວາມເກັ່ງກ້າສາມາດໃຫ້ແກ່ປະເທດຊາດນັ້ນ, ຫວ່າງແລ້ວນີ້, ກົມການເມືອງໄດ້ປະກາດໃຊ້ບົດສະຫລຸບກ່ຽວກັບການດຶງດູດ, ສ້າງແຫຼ່ງພະນັກງານຈາກຈຳນວນນັກສຶກສາຮຽນຈົບ ມະຫາວິທະຍາໄລດ້ວຍຄະແນນສູງ, ພະນັກງານວິທະຍາສາດໜຸ່ມໃຫ້ບັນດາອົງການຈັດຕັ້ງ ຂອງພັກ, ລັດ, ກຳລັງປະກອບອາວຸດ, ບັນດາກຸ່ມບໍລິສັດ, ບໍລິສັດໃຫ່ຍຂອງລັດ. ກະຊວງພາຍໃນພວມຮີບເຮັ່ງປັບປຸງບັນດາເອກະສານ ເພື່ອຍື່ນສະເໜີຕໍ່ລັດຖະບານ, ນາຍົກລັດຖະມົນຕີພິຈາລະນາ, ເຊັນອະນຸມັດໂຄງການດຳເນີນງານປະຕິບັດບົດສະຫລຸບດັ່ງກ່າວ./.