ບຳລຸງສ້າງວິຊາຊີບຕິດພັນກັບວຽກເຮັດງານທຳແມ່ນຍົກສູງລາຍຮັບໃຫ້ແກ່ຄົນງານຊົນນະບົດ

ບຳລຸງສ້າງວິຊາຊີບຕິດພັນກັບວຽກເຮັດງານທຳແມ່ນຍົກສູງລາຍຮັບໃຫ້ແກ່ຄົນງານຊົນນະບົດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທຽນ​ເຍີນ
ກ່າວຄຳເຫັນໃນລາຍການ​ໂທລະພາບຖ່າຍ​ທອດ​ສົດ
(ພາບ: chinhphu.vn)


(vovworld) - ​ ​ໃນ​ລາຍການ​ໂທລະພາບຖ່າຍ​ທອດ​ສົດ​ດ້ວຍ​ຫົວ​ຂໍ້​ວ່າ “ບຳລຸງ​ສ້າງ​ວິຊາ​ຊີບໃຫ້​ແກ່​ຄົນ​ງານ​ຊົນນະບົດຮອດ​ປີ 2020”, ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 03/04, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທຽນ​ເຍີນ, ຫົວໜ້າຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ​ເນັ້ນ​ໜັກ​ວ່າ: ​ໃນ 3 ປີທີ່​ຜັນ​ຂະຫຍາຍ​ແຜນຮ່າງ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດນັ້ນ, ຢູ່ 63 ​ແຂວງ, ນະຄອນ​ລ້ວນ​​ແຕ່​ມີ​ຄະນະ​ຊີ້ນ​ຳ ​ແລະ ຮາກ​ຖານ​ບຳລຸງ​ສ້າງ​ວິຊາ​ວີ​ບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ; ມີ​ຄົນ​ງານ​ຊົນນະບົດ​ນັບລ້ານ​ຄົນ​ໄດ້​ຮັບ​ການ​ບຳລຸງ​ສ້າງ, ມີ​ວຽກ​ເຮັດ​ງານ​ທຳ... ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທຽນ​ເຍີ​ນ ​ໄດ້​ຮຽກຮ້ອງ​ໃຫ້ການ​ນຳ​ບັນດາ​ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​​ເຖິງ​ການສ້າງ​ຄະນະ​ຊີ້​ນຳ​ຂັ້ນ​​ເມືອງ, ຕາ​ແສງ​ກ່ຽວ​ກັບວຽກ​ງານບຳລຸງ​ສ້າງ​ວິຊາ​ຊີບໃຫ້​ແກ່​ຄົນ​ງານ​ຊົນນະບົດ; ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນ​ຕ່າງໆ​ຄວນ​ເອົາ​ໃຈ​ໃສ່ບຳລຸງ​ສ້າງ​ວິຊາ​ຊີບຕິດ​ພັນ​ກັບ​ສ້າງ​ວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ລາຍ​ຮັບ​ໃຫ້​​ແກ່​ຄົນ​ງານ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພັດ​ທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ ຕິດ​ພັນ​ກັບການ​ບຳ​ລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ​ ເພື່ອ​ໃຫ້​ຊາວ​ກະສິກອນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ກາຍ​ເປັນ​ຜູ້​ມີ​ລາຍ​ຮັບ​ສູງ, ທີ​ຊີ​ວິດ​ອີ່​ນນໜຳ​ສຳ​ລານ, ມີ​ຄວາມຜາ​ສຸກ.

        ​ໃນ​ລາຍການ, ການ​ນຳ​ບັນດາ​ກະຊວງ​ການ​ເງິນ, ກະຊວງ​ກະ​ສິກຳ ​ແລະ​ພັດທະນາ​ຊົນນະບົດ, ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ. ສູນ​ກາງ​ສະມາ​ຄົມມ​ຊາວ​ກະສິກອນ ​ໄດ້​ມີ​ການ​ສົນທະ​ນາກັບປະຊາຊົນກ່ຽວ​ກັບ​ລະບຽບ​ການ​ກູ້​ຢື່ມທຶນ​ທຳ​ການ​ຜະລິດ, ໜູນ​ຊ່ວຍ​ໄປ​ຄ່າ​ຮຽນວິຊາ​ຊີບ ​ແລະ ມາດ​ຕະການ​ແກ້​ໄຂ​ສົ້ນ​ອອກ​ໃຫ້​ບັນດາ​ຜະລິດ​ພັນ​ຂອງ​ຄົນ​ງານ​ຊົນນະບົດ.

ຂ່າວ/ບົດ​ອື່ນ