(VOVWORLD) - ຜ່ານ 2 ປີແຫ່ງການຜັນຂະຫຍາຍ ໂປຼແກຼມກ່ຽວກັບພົນລະເມືອງ, ຢັ້ງຢືນເອເລັກໂຕນິກຮັບໃຊ້ການຫັນປະເທດຊາດເປັນດີຈີຕອນໄລຍະ 2022 – 2050, ວິໄສທັດຮອດປີ 2030, ບັນລຸໄດ້ບັນດາຜົນງານຕັ້ງໜ້າຫຼາຍຢ່າງ
ພິທີມອບຂໍ້ຕົກລົງໃຫ້ບັນດານັກຮຽນ
(ພາບ: nhandan.vn)
|
ຕອນບ່າຍວັນທີ 22 ກຸມພາ, ຢູ່ ຮ່າໂນ້ຍ, ກົມຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກະຊວງຕຳຫຼວດ ຫວຽດນາມ ໄດ້ສົມທົບກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ຈັດພິທີເປີດຊຸດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ສູນຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ, ຮັບໃຊ້ການຫັນປະເທດຊາດເປັນດີຈີຕອນ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງສາດສະດາຈານ ຮວີ່ງດັງຈິງ, ຮອງອະທິການບໍດີມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ເນັ້ນໜັກວ່າ, ຜ່ານ 2 ປີແຫ່ງການຜັນຂະຫຍາຍ ໂປຼແກຼມກ່ຽວກັບພົນລະເມືອງ, ຢັ້ງຢືນເອເລັກໂຕນິກຮັບໃຊ້ການຫັນປະເທດຊາດເປັນດີຈີຕອນໄລຍະ 2022 – 2050, ວິໄສທັດຮອດປີ 2030, ບັນລຸໄດ້ບັນດາຜົນງານຕັ້ງໜ້າຫຼາຍຢ່າງ, ໃນເບື້ອງຕົ້ນ, ໄດ້ສ້າງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ສະນັ້ນ, ເລື່ອງບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີລະດັບວິຊາສະເພາະສູງ, ລົງເລິກໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານມີທີ່ຕັ້ງສຳຄັນແຖວໜ້າເພື່ອຜັນຂະຫຍາຍມະຕິເລກທີ 175 ຂອງລັດຖະບານກ່ຽວກັບສູນຂໍ້ມູນແຫ່ງຊາດ.