ປີ 2013, ຄວາມໝັ້ນຄົງ ທາງການບິນພົນລະເຮືອນ ຫວຽດນາມ ໄດ້ຮັບປະກັນ ຢ່າງປອດໄພ
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP/Nguyên Linh)
(vovworld) – ຕອນເຊົ້າວັນທີ 31/12, ເມື່ອກ່າວຄຳເຫັນຊີ້ນຳທີ່ກອງປະຊຸມພິຈາລະນາທິດທາງການເຄື່ອນໄຫວຂອງຄະນະກຳມະການຄວາມໝັ້ນຄົງທາງການບິນພົນລະເຮືອນແຫ່ງຊາດປີ 2014, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ຊີ້ແຈ້ງວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງການບິນໃນວິວັດການເຊື່ອມໂຍງ ແລະ ພັດທະນາມີບົດບາດສຳຄັນພິເສດ. ດັ່ງນັ້ນ, ບັນດາອົງການກ່ຽວຂ້ອງຄວນເພີ່ມທະວີການຝຶກອົບຮົບ, ບຳລຸງສ້າງກ່ຽວກັບການຮັບປະກັນຄວາມໝັ້ນຄົງທາງການບິນໃຫ້ພະນັກງານເພື່ອຍົກສູງຄວາມສາມາດຮັບມືກັບທຸກໆກໍລະນີ. ຄຽງຄູ່ກັນນັ້ນ, ອົງການກ່ຽວຂ້ອງຕ້ອງຊອກຫາສາຍເຫດພາໄປເຖິງຄວາມອັນຕະລາຍ, ນາບຄູຕໍ່ຄວາມໝັ້ນຄົງທາງການບິນ ແລະ ຄົ້ນພົບຢ່າງທັນການເພື່ອມີວິທີແກ້ໄຂ.
ປີ 2013, ຄວາມໝັ້ນຄົງທາງການບິນພົນລະເຮືອນໄດ້ຮັບປະກັນຢ່າງປອດໄພ, ຕ້ອນຮັບແຂກ 44 ລ້ານເທື່ອຄົນ, ພ້ອມກັບສິນຄ້ານັບແສນໂຕນ. ຄະນະກຳມະການຄວາມໝັ້ນຄົງທາງການບິນພົນລະເຮືອນແຫ່ງຊາດ ກໍ່ໄດ້ຈັດຕັ້ງການຝຶກແອບຫຼາຍຄັ້ງເພື່ອປ້ອງກັນ, ຕ້ານກໍ່ການຮ້າຍ, ຮັບປະກັນຄວາມໝັ້ນຄົງທາງການບິນໃຫ້ບັນດາພະນັກງານ ແລະ ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ.