ປີ 2015 ຫວຽດນາມ ສຳເລັດການ ຊອກຫາ, ທ້ອນໂຮມອັດຖິນັກຮົບ ເສຍສະຫຼະຊິວິດຢູ່ລາວ

ປີ 2015 ຫວຽດນາມ ສຳເລັດການ ຊອກຫາ, ທ້ອນໂຮມອັດຖິນັກຮົບ ເສຍສະຫຼະຊິວິດຢູ່ລາວ - ảnh 1
(ພາບປະກອບ)

(vovworld) -     ຮອດ​ປີ 2015, ຈະ​ປະຕິບັດສຳ​ເລັດ​ໂດຍ​ພື້ນຖານ​ການ​ຊອກ​ຫາ, ​ທ້ອນ​ໂຮມ​ ​ແລະ ​ເຄື່ອນ​ຍ້າຍອັດຖິນັກຮົບ​​ເສຍສະຫຼະ​ຊິ​ວິດ​ຢູ່​ລາວ, ຍູ້​​ແຮງ​ການ​ຊອກ​ຫາ, ​ທ້ອນ​ໂຮມ​ອັດ​ຖິນັກຮົບທີ່ເສຍສະຫຼະ​ຊີວິດ​ຢູ່ກຳ​ປູ​ເຈຍ. ຕາມ​ການ​ຊີ້​ນຳ​ຂອງ​ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ຈະ​ສືບ​ຕໍ່​ຊາບ​ຊືມ​ແຜນນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ລັດ ກ່ຽວ​ກັບວຽກ​ງານ​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິນັກຮົບທີ່​​ເສຍສະຫຼະ​ຊີ​ວິດ​​ໃນ​ໄລຍະ​ນີ້ ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປຢ່າງ​ເຂັ້ມ​ງວດ. ກະຊວງ​ປ້ອງ​ກັນ​ປະ​ເທດສືບ​ຕໍ່​ປັບປຸງ​ການຈັດຕັ້ງ​ບັນດາ​ຫົວໜ່ວຍ​ສະ​ເພາະກິດ, ບັນຈຸກຳລັງ​ຕາມ​ທິດກະທັດ​ລັດ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວຊອກ​ຫາ, ​ທ້ອນ​ໂຮມ​ອັດ​ຖິນັກຮົບທີ່​​ເສຍສະຫຼະ​ຊິ​ວິດ​ຢູ່​ລາວ ​ແລະ ກຳປູ​ເຈຍ ຢ່າງ​ມີ​ປະສິດທິ​ຜົນ.

        ຕາມ​ທີ່​ໄດ້​ຮັບ​ຊາບ​ແລ້ວ, ພາຍຫຼັງການຊອກ​ຫາຢູ່​ລາວ ​ເປັນ​ເວລາ 18 ປີ ​ແລະ ກຳປູ​ເຈຍ ​ເປັນ​ເວລາ 11 ປີ, ບັນດາ​ກອງ​ທະຫານ​ໄດ້​ຊອກ​ຫາ, ທ້ອນ​ໂຮມ ​ແລະ ​ຈັດ​ສົ່ງ​ອັດ​ຖິກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປົງ​ສົບຢູ່ສຸສານ​ຕ່າງໆພາຍ​ໃນ​ປະ​ເທດ​ດ້ວຍຈຳນວນ​ກວ່າ 30.500 ຊຸດ.

ຂ່າວ/ບົດ​ອື່ນ