(VOVWORLD) -ປີ 2023, ຂະແໜງການທ່ອງທ່ຽວ ຫວຽດນາມ ວາງຄາດໝາຍສູ້ຊົນຕ້ອນຮັບແຂກທ່ອງທ່ຽວ 110 ລ້ານຄົນ, ໃນນັ້ນ ແຂກທ່ອງທ່ຽວສາກົນປະມານ 8 ລ້ານເທື່ອຄົນ.
ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນເດືອນ ທັນວາ 2022 ແມ່ນບັນລຸກວ່າ 700.000 ເທື່ອຄົນ (ພາບ: VNExpress) |
ຕາມຕົວເລກຂອງກົມໃຫຍ່ສະຖິຕິໄດ້ປະກາດໃນວັນທີ 29 ທັນວາ ຢູ່ຮ່າໂນ້ຍ, ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ໃນເດືອນ ທັນວາ 2022 ແມ່ນບັນລຸກວ່າ 700.000 ເທື່ອຄົນ, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ເດືອນພະຈິກ. ໄລ່ສະເລ່ຍໃນປີ 2022, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸກວ່າ 3,66 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 23,3 ເທົ່າເມື່ອທຽບໃສ່ປີ 2021.
ຕາມກົມໃຫຍ່ທ່ອງທ່ຽວແລ້ວ, ປີ 2023, ຂະແໜງການທ່ອງທ່ຽວ ຫວຽດນາມ ວາງຄາດໝາຍສູ້ຊົນຕ້ອນຮັບແຂກທ່ອງທ່ຽວ 110 ລ້ານຄົນ, ໃນນັ້ນ ແຂກທ່ອງທ່ຽວສາກົນປະມານ 8 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດແມ່ນປະມານ 102 ລ້ານເທື່ອຄົນ. ລວມຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸປະມານກວ່າ 27,4 ຕື້ USD.
ປີ 2023, ຂະແໜງທ່ອງທ່ຽວ ຈະສຸມໃສ່ການປະກາດ “ວາງກຳນົດຜັງລະບົບທ່ອງທ່ຽວ ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2045” ພາຍຫຼັງທີ່ໄດ້ຮັບການອະນຸມັດຜ່ານຈາກລັດຖະບານ.