ປີ2015ແມ່ນປີປະສົບຜົນສຳເລັດຂອງການພົວພັນ2ຝ່າຍຫວຽດນາມ-ອາເມລິກາ

ປີ2015ແມ່ນປີປະສົບຜົນສຳເລັດຂອງການພົວພັນ2ຝ່າຍຫວຽດນາມ-ອາເມລິກາ - ảnh 1
(ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ
​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ)

(vovworld) - ປີ 2015​ ແມ່ນ​ປີ​ປະສົບ​​ຜົນສຳ​ເລັດຂອງ​ການ​ພົວພັນ 2 ​ຝ່າຍ ​ຫວຽດນາມ -​ ອາ​ເມ​ລິ​ກາ ນັ້ນ​ແມ່ນຂໍ້​ສັງ​ເກດຂອງ​ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ທ່ານ John Kerry ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທີ່​ການ​ໂອ້​ລົມ​ທາງ​ໂທລະສັບ​ໃນ​ວັນ​ທີ 06/01 ​ເນື່ອງ​​ໃນ​ໂອກາດ​ປີ​ໃໝ່ ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ 2 ຝ່າຍ ​ແລະ ບາງ​ບັນຫາ​ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່າ​ນ John Kerry ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ເຫັນ​ດີ​ເປັນ​ເອກະສັນວ່າ: 2 ຝ່າຍ​ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ປັບປຸງ​ການ​ພົວພັນ​ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ. 2 ຝ່າຍ​ກໍ່​ແລກປ່ຽນ​ບາງ​ບັນຫາ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ, ​ໃນ​ນັ້ນ ມີ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ John Kerry ກໍ່​ຖື​ວ່າ: ​ໃນ​ປີ 2015 ການ​ພົວພັນລະຫວ່າງ ອາ​ຊຽນ - ອາ​ເມ​ລິ​ກາ ​ໄດ້​ມີ​ບາດກ້າວ​ສຳຄັນ​ຍິ່ງ​, ພິ​ເສດ ​ແມ່ນ​ການ​ສ້າງ​ຕັ້ງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ປະ​ເທດ ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ຄວນ​ຕັ້ງໜ້າ​ຮ່ວມ​ມື ​ເພື່ອ​ພັດທະນາ​​ການ​ພົວພັນ​ດັ່ງກ່າວ​​ໃຫ້​ດີ​ຍິ່ງກ່ວາ​ອີກ.

ຂ່າວ/ບົດ​ອື່ນ