ປີ2016,ຫວຽດນາມ ຍູ້ແຮງການສຳຫຼວດ,ຂຸດຄົ້ນນຳ້ມັນອາຍແກັດຮັບປະກັນຄວາມໝັ້ນຄົງດ້ານພະລັງງານ

ປີ2016,ຫວຽດນາມ ຍູ້ແຮງການສຳຫຼວດ,ຂຸດຄົ້ນນຳ້ມັນອາຍແກັດຮັບປະກັນຄວາມໝັ້ນຄົງດ້ານພະລັງງານ - ảnh 1
ທ່ານ​ ຮ່ວາງ​ຈູງ​ຫາຍ ​ເຂົ້າຮ່ວມ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2015 ​ແລະ ຜັນ​ຂະຫຍາຍ​ແຜນການ​ປີ 2016 ຂອງ​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​
ແກຼດ​ແຫ່ງ​ຊາດ ຫວຽດນາມ

(vovworld) – ​ ປີ2016, ຫວຽດນາມ ​ຍູ້​ແຮງ​ການ​ສຳ​ຫຼວດ, ຂຸດ​ຄົ້ນ​ນຳ້ມັນ​ອາຍ​ແກັດ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ - ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ຄື​ດັ່ງກ່າວທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2015 ​ແລະ ຜັນ​ຂະຫຍາຍ​ແຜນການ​ປີ 2016 ຂອງ​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກຼດ​ແຫ່ງ​ຊາດ ຫວຽດນາມ, ຈັດ​ຕັ້ງ​ໃນ​ວັນ​ທີ 9/1 ຢູ່​ຮ່າ​ໂນ້ຍ.

        ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ແລ້ວ, ​ໃນ​ໄລຍະ​ຈະມາ​ເຖິງ, ລາຄາ​ນຳ້ມັນ​ໂລກ​ອາດ​ຈະ​ສືບ​ຕໍ່​ຫລຸດ​ລົງ​ແຕ່​ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກຼດ​ແຫ່ງ​ຊາດ ຍັງ​ຕ້ອງ​ມານະ​ພະຍາຍາມ​ຊອກ​ຫາ, ສຳ​ຫຼວດ, ລົງທຶນ​ເພື່ຶອດພີ່​ມທະວີ​ຄວາມ​ສາມາ​ດບົ່ມ​ຊ້ອນ​ສະ​ສົມ​ນຳ້ມັນ​ເພື່ອຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ແຫ່ງ​ຊາດ​ກໍຄື​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ກຸ່ມ​ບໍລິສັດ:

        “ຕ້ອງ​ປັບປຸງ, ຈັດ​ແບ່ງ​ປະລິມານການ​ຂຸດ​ຄົ້ນ ​ແລະ ສົ່ງ​ອອກ​ເພື່ອ​ປະກອບສ່ວນ​ຮັບປະກັນ​ຄາດໝາຍ​ການ​ເພີ່ມ GDP ​ແລະ ລາຍ​ຮັບ​ງົບປະມານ. ກຸ່ມ​ບໍລິສັດ​ຕ້ອງ​ສົມທົບ​ກັບ​ກະຊວງ​ອຸດສາຫະກຳ, ການ​ຄ້າ ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ວາງ​ແຜນ​ຜັງ​ພັດທະນາ​ຂະ​ແໜງ​ນຳ້ມັນ​ອາຍ​ແກຼດ​ແຕ່​ປີ 2025 – 2035 ​ແລະ ສືບ​ຕໍ່​ເປັນ​ເຈົ້າ​ການ​ສົມ​ທົບ​ກັນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ.”


ຂ່າວ/ບົດ​ອື່ນ