ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນແມ່ນພື້ນຖານເພື່ອສ້າງສັນຕິພາບແບບຍືນຍົງ

(VOVWORLD) -ໂດຍແມ່ນປະເທດຖືກສົງຄາມທຳລາຍ, ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບກົດໝາຍສາກົນ; ຊຸກຍູ້ການຮ່ວມມືສາກົນ ແລະ ພາກພື້ນ
ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນແມ່ນພື້ນຖານເພື່ອສ້າງສັນຕິພາບແບບຍືນຍົງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ
(ພາບ: TTXVN)

ຕອນຄ່ຳວັນທີ 27 ເມສາ (ຕາມເວລາຫວຽດນາມ), ໃນຖານະຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນ ເມສາ 2021, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະມານກອງປະຊຸມປຶກສາຫາລືເປີດຂັ້ນລັດຖະມົນຕີກ່ຽວກັບຫົວເລື່ອງ “ປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນສຳລັບການດຳລົງຊີວິດຂອງປະຊາຊົນ” ພາຍໃຕ້ຮູບການໂດຍກົງ ແລະ ທາງອອນລາຍ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ບັນດາຜູ້ແທນໄດ້ຕີລາຄາສູງຂໍ້ລິເລີ່ມຂອງຫວຽດນາມ; ຢືນຢັນຄວາມສຳຄັນຂອງເລື່ອງຮັບປະກັນການເຄົາລົບປະຕິບັດກົດໝາຍວ່າດ້ວຍມະນຸດສະທຳສາກົນ; ເນັ້ນໜັກເຖິງຄວາມຕ້ອງການເພີ່ມທະວີການຮ່ວມມືສາກົນ ແລະ ຖືເປັນສຳຄັນບົດບາດຂອງສະຫະປະຊາຊາດໃນການປົກປ້ອງສາມັນຊົນ ແລະ ບັນດາພື້ນຖານໂຄງລ່າງທີ່ຈຳເປັນໃນສະພາບເກີດການປະທະກັນ.

        ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ: ໂດຍແມ່ນປະເທດຖືກສົງຄາມທຳລາຍ, ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບກົດໝາຍສາກົນ; ຊຸກຍູ້ການຮ່ວມມືສາກົນ ແລະ ພາກພື້ນ ກໍຄືບົດບາດຂອງສະຫະປະຊາຊາດໃນການໜູນຊ່ວຍການຟື້ນຟູ, ກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນຄືນໃໝ່… ທ່ານລັດຖະມົນຕີ ຢືນຢັນວ່າ, ການປົກປັກຮັກສາບັນດາພື້ນຖານໂຄງລ່າງທີ່ຈຳເປັນໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ ນັ້ນແມ່ນພື້ນຖານເພື່ອສ້າງສັນຕິພາບແບບຍືນຍົງ ແລະ ສະກັດກັ້ນການປະທະກັນເຊິ່ງແມ່ນວິທີດີທີ່ສຸດເພື່ອປົກປ້ອງສາມັນຊົນ.

        ເນື່ອງໃນໂອກາດນີ້, ສະພາຄວາມໝັ້ນຄົງໄດ້ຮັບຮອງເອົາມະຕິວ່າດ້ວຍບັນຫາປົກປັກຮັກສາພື້ນຖານໂຄງລ່າງທີ່ຈຳເປັນສຳລັບການດຳລົງຊີວິດຂອງປະຊາຊົນ. ນີ້ແມ່ນມະຕິສະບັບທຳອິດໂດຍຫວຽດນາມ ສະເໜີຕໍ່ສະພາຄວາມໝັ້ນຄົງໃນອາຍຸການ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ (2020-2021).

ຕອບກັບ

ຂ່າວ/ບົດ​ອື່ນ