ປຸກລຸກຄວາມສາມາດບົມຊ້ອນຂອງໄວໜຸ່ມ ຫວຽດນາມ

ປຸກລຸກຄວາມສາມາດບົມຊ້ອນຂອງໄວໜຸ່ມ ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ກ່າວ​ຄຳ​ເຫັນ​ໄຂ “ກອງ​ປະຊຸມ​ທາ​ບທາມຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ປັບປຸງ, ​ເພີ່ມ​ເຕີ່​ມກົດໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ 2005” ​ເຊິ່ງຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 18/03, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ຕ໋ຽນຢິ້ງ, ຮອງ​ລັດຖະມົນຕີ​ກະຊວງພາຍ​ໃນ​ຫວຽດນາມ ​ໃຫ້​ຮູ້​ວ່າ: ກົດໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ ​​ເຊິ່ງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 11 ​ຮັບຮອງ​ເອົາ​ເມື່ອ​ວັນ​ທີ 29/11/2005 ​ແລະ ມີ​ຜົນສັກສິດເມື່ອ​ວັນ​ທີ 01/07/2006. ​ແຕ່​ວ່າ, ຈາ​ກພຶດຕິ​ກຳ​ຕົວ​ຈິງ​ໄລຍະ 7 ປີ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ ຊີ້​ໃຫ້​ເຫັນ​ວ່າ ມີ​ບາງ​ຂໍ້​ກຳນົດ​ຂອງ​ກົດໝາຍ​ດັ່ງກ່າວ ຍັງ​ບໍ່​ເໝາະ​ສົມ​ຕ້ອງ​ໄດ້​ຮັບ​ການ​ຄົ້ນຄວ້າ, ປັບປຸງ, ​ເພີ່ມ​ເຕີ່​ມ​ໃຫ້​​ສອດ​ຄ່ອງກັບ​ຄວາມ​ຮຽກຮ້ອງຕ້ອງການ​ໃນພຶດຕິ​ກຳຕົວ​ຈິງ​ຂອງ​ການພັດທະນາຊາວ​ໜຸ່ມ​ຫວຽດນາມ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

        ທ່ານ Arthur Erken, ຫົວໜ້າ​ຜູ້ຕາງໜ້າ​ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ​ຢູ່​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ​ ​ໄດ້​ມີ​ບັນດາ​ບ້ວງ​ເງິນ​ລົງທຶນກ້ອນ​ໃຫຍ່​ໃຫ້​ໄວ​ໜຸ່ມ. ​ແຕ່​ວ່າ ຕ້ອງ​ມີ​ບັນດາ​ບ້ອງ​ເງິນ​ລົງທຶນ​ຫຼາຍ​ກວ່າ​ອີກ. ທ່ານ Arthur Erken ກ່າວ​ວ່າ.

        “​ເພື່ອ​ອາດ​ຈະມີ​ບັນດາ​ວິທີ​ດີ​ທີ​ສຸດ​ເພື່ອໜູນ​ຊ່ວຍ​ໄວ​ໜຸ່ມ ພວກ​ເຮົາ​ຕ້ອງ​ມີ​ໂຄງ​ປະກອບ, ບັນດາ​ນະ​ໂຍບາຍ, ​ໂຄງການ​ເພື່ອ​ພັດທະນາ​ໜູນ​ຊ່ວຍ​ໄວ​ໜຸ່ມ​ຢ່າງຮອບດ້ານ. ​ເພື່ອ​ເຮັດ​ສິ່ງ​ດັ່ງກ່າວ​ໃຫ້​ໄດ້, ພວກ​ເຮົາ​ຕ້ອງ​ມານະ​ພະຍາຍາມ​ເຮັດ​ວຽກ​ນຳ​ກັນ​ ຮ່ວມ​ມື​ລະຫວ່າງ​ຂະ​ແໜງ, ພ້ອມ​ກັບ​ບັນດາ​ການ​ນຳ​ໜຸ່ມ​ສ້າງ​ເສັ້ນທາງ​​ໃຫ້​ໄວ​ໜຸ່ມ​ພັດທະນາ”.

ຂ່າວ/ບົດ​ອື່ນ