ປຸກລຸກນະວັດຕະກຳວິທະຍາສາດເຕັກໂນໂລຊີ ໃນກະສິກຳ

(VOVWORLD) - ບັນດາຜູ້ແທນຖືວ່າ ຄວນຜູກຮັດວິທະຍາສາດເຕັກໂນໂລຊີ ກັບການຊຸກຍູ້ພັດທະນາກະສິກຳ, ກໍ່ສ້າງຊົນນະບົດໃໝ່ຕາມທິດກະສິກຳຊີວະພາບ, ຊົນນະບົດທັນສະໄໝ ແລະ ຊາວກະສິກອນອະລິຍະທຳ. 
ປຸກລຸກນະວັດຕະກຳວິທະຍາສາດເຕັກໂນໂລຊີ ໃນກະສິກຳ - ảnh 1ທ່ານ ເຈິ່ນວັນຕຸ່ງ, ຮອງລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຄົ້ນຄ້ວາ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຊີ ບໍ່ພຽງແຕ່ຢຸດຕິໃນການສ້າງກຳລັງການຜະລິດ, ປະລິມານສິນຄ້າເທົ່ານັ້ນ, ຫາກຍັງຕ້ອງເພີ່ມມູນຄ່າຜະລິດຕະພັນກະເສດ, ປຸກລຸກປັນຍາ ຫວຽດ ເພື່ອຄວາມຄາດຫວັງດ້ານກະສິກຳ ຫວຽດນາມ ອີກດ້ວຍ. ນີ້ແມ່ນຄຳເຫັນຂອງທ່ານ ເລມິງຮວານ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ທີ່ກອງປະຊຸມທາງໄກ ເພື່ອຜັນຂະຫຍາຍ “ຍຸດທະສາດການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂະແໜງກະສິກຳ ແລະ ພັດທະນາຊົນນະບົດຮອດປີ 2030, ວິໄສທັດຮອດປີ 2050” ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈັດຂຶ້ນໃນຕອນເຊົ້າວັນທີ 25 ເມສາຢູ່ຮ່າໂນ້ຍ.

        ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ ຄວນຜູກຮັດວິທະຍາສາດເຕັກໂນໂລຊີ ກັບການຊຸກຍູ້ພັດທະນາກະສິກຳ, ກໍ່ສ້າງຊົນນະບົດໃໝ່ຕາມທິດກະສິກຳຊີວະພາບ, ຊົນນະບົດທັນສະໄໝ ແລະ ຊາວກະສິກອນອະລິຍະທຳ. ເພື່ອຜັນຂະຫຍາຍວຽກງານນີ້ໃຫ້ມີປະສິດທິຜົນ, ທ່ານ ເຈິ່ນວັນຕຸ່ງ, ຮອງລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຊີ ໃຫ້ຮູ້ວ່າ:

        “ໄລຍະຈະມາເຖິງ, ລັດຖະບານຈະປະກາດໃຊ້ແຜນການປະຕິບັດມະຕິກ່ຽວກັບການພັດທະນາ ແລະ ໝູນໃຊ້ເຕັກໂນໂລຊີຊີວະພາບ ຮັບໃຊ້ການພັດທະນາປະເທດຊາດແບບຍືນຍົງໃນສະພາບການໃໝ່. ກະຊວງວິທະຍາສາດເຕັກໂນໂລຊີຈະສົມທົບກັບບັນດາກະຊວງ, ຂະແໜງການ ເພື່ອນຳວິທະຍາສາດຊີວະພາບກາຍເປັນຂະແໜງເສດຖະກິດດີຈີຕອນ, ຈັດຕັ້ງບັນດາໂຄງການ, ແຜນຮ່າງວິທະຍາສາດເຕັກໂນໂລຊີລະດັບຊາດໃນຂົງເຂດກະສິກຳທີ່ນາຍົກລັດຖະມົນໄດ້ອະນຸມັດຜ່ານຢ່າງມີປະສິດທິຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ