ປຸກລະດົມການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 49

(VOVWORLD) - ຕອນເຊົ້າວັນທີ 06 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສະມາຄົມນັກປະພັນ ຫວຽດນາມ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ ແລະ ໜັງສືພິມ ທ໊ຽວນຽນຕ່ຽນຟອງ (ເຍົາວະຊົນນຳໜ້າ) ຈັດຕັ້ງພິທີປຸກລະດົມການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 49 (ປີ 2020). 
ປຸກລະດົມການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 49 - ảnh 1ທ່ານ ຟ້າມແອັງຕ໊ວນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ 

   ການເສັງໄດ້ຈັດຕັ້ງຢູ່ ຫວຽດນາມ ແມ່ນຄັ້ງທີ 33 ດ້ວຍຫົວຂໍ້ວ່າ: “ຈົ່ງຂຽນສານກ່ຽວກັບໂລກຂອງພວກເຮົາພວມດຳລົງຊີວິດ ສົ່ງໃຫ້ຜູ້ໃຫຍ່”. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານ ຟ້າມແອັງຕ໊ວນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ຫົວໜ້າຄະນະຈັດຕັ້ງການເສັງໄດ້ຢັ້ງຢືນວ່າ: ແຕ່ລະຫົວຂໍ້ລ້ວນແຕ່ມີຄວາມໝາຍວັດທະນະທຳມະນຸດ, ສັງຄົມໃຫຍ່ຫລວງ, ປະກອບສ່ວນເພີ່ມພູນຄູນສ້າງ, ສ້າງອາລົມຈິດ, ຄວາມຮັບຜິດຊອບຂອງລຸ້ນໜຸ່ມຕໍ່ບັນດາບັນຫາສັງຄົມ:

        “ສຳລັບແຕ່ລະຫົວຂໍ້ໄດ້ເລືອກນັ້ນ, ການເສັງມຸ່ງໄປເຖິງເລື່ອງຊ່ວຍພວກນ້ອງສຳຜັດ ແລະ ມີສະຕິຄວາມຮັບຮູ້ຕໍ່ບັນດາບັນຫາຂອງສັງຄົມ, ຂອງຍຸກສະໄໝ ແລະ ສະແດງໃຫ້ເຫັນຄວາມນຶກຄິດຂອງຕົນຕໍ່ບັນດາບັນຫານີ້. ການເສັງກໍ່ແມ່ນໂອກາດ ເພື່ອໃຫ້ພວກນ້ອງຝືກຝົນຈິນຕະນາການ ແລະ ຄວາມສາມາດຂຽນບົດ, ແມ່ນໂອກາດເພື່ອສ້າງຄວາມເຂົ້າໃຈກ່ຽວກັບບົດບາດຂອງໄປສະນີໃນຊີວິດການເປັນຢູ່ຕື່ມອີກ.

        ເປົ້າໝາຍເຂົ້າຮ່ວມການເສັງແມ່ນນັກຮຽນ ຫວຽດນາມ, ອາຍຸ 15 ປີລົງມາ. ໄລຍະເຂົ້າຮ່ວມການເສັງນັບແຕ່ມື້ນີ້ຮອດວັນທີ 25 ກຸມພາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ