(vovworld) – ການເສັງອອກແບບ logo APEC 2017 ຢູ່ຫວຽດນາມ, ໂດຍກົມວິຈິດສິນ, ຖ່າຍຮູບ ແລະ ວາງສະແດງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບຄະນະກຳມະການແຫ່ງຊາດ APEC 2017 ປຸກລະດົມໃນຕອນເຊົ້າວັນທີ 03/03 ຢູ່ຮ່າໂນ້ຍ. ການເສັງອອກແບບ logo APEC 2017 ຈະຄັດເລືອກການອອກແບບ 5 ສັນຍາລັກມີປັດໃຈພື້ນຖານຂອງເວທີປາໄສ APEC ສະຕະວັດທີ 21 ລວມມີ: ການຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສາມັກຄີ, ມຸ່ງໄປເຖິງອະນາຄົດ, ພ້ອມທັງສະແດງໃຫ້ເຫັນຈຸດທີ່ເປັນເອກະລັກສະເພາະ, ສີສັນຫວຽດນາມ. ເປົ້າໝາຍເຂົ້າຮ່ວມແມ່ນນັກແຕ້ມຮູບໃນທົ່ວປະເທດ. ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ໜຶ່ງລາງວັນ ແມ່ນ logo ທາງການໃຫ້ປີ APEC 2017 ເພື່ອນຳໃຊ້ໃນທຸກການເຄື່ອນໄຫວກ່ຽວຂ້ອງເຖິງ APEC 2017 ຢູ່ຫວຽດນາມ. ເວລາຮັບສຳເນົາເອກະສານເຂົ້າຮ່ວມການເສັງແມ່ນຮອດວັນທີ 04/04/2016.