(ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ
ເປັນປະທານກອງປະຊຸມກັບບັນດາອົງການສຳນັກງານທີ່ກ່ຽວຂ້ອງ)
(vovworld) – ຕອນບ່າຍວັນທີ 23/12, ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ, ຮອງປະທານຜູ້ທີ 1 ສະພາແຂ່ງຂັນ - ຍ້ອງຍໍສູນກາງ, ຮອງປະທານສະພາເລືອກຕັ້ງແຫ່ງຊາດ, ເປັນປະທານກອງປະຊຸມກັບບັນດາອົງການສຳນັກງານທີ່ກ່ຽວຂ້ອງ ໄດ້ໃຫ້ຄຳເຫັນກ່ຽວກັບແຜນການຈັດຕັ້ງການປຸກລະດົມຂະບວນການແຂ່ງຂັນປະຕິບັດວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021. ຈຸດປະສົງຂອງການແຂ່ງຂັນຄັ້ງນີ້ ແມ່ນປະຕິບັດວຽກງານເລືອກຕັ້ງເປັນຢ່າງດີ ເພື່ອບັນລຸໄດ້ຄາດໝາຍ, ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ເຊິ່ງພັກ, ລັດໄດ້ວາງອອກ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຈັດຕັ້ງປະຕິບັດການເລືອກຕັ້ງ ເພື່ອຮັບປະກັນປະຊາທິປະໄຕ, ຖືກກັບກົດໝາຍ, ປອດໄພ, ປະຢັດ. ເນື້ອໃນແຂ່ງຂັນ ແລະ ວຽກງານຍ້ອງຍໍ ຮັບປະກັນຄວາມແທດຈິງ, ຊັດເຈນ, ເໝາະສົມກັບສະພາບການຕົວຈິງຂອງແຕ່ລະທ້ອງຖິ່ນ, ຫົວໜ່ວຍ.
ສະຫລຸບກອງປະຊຸມ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ສະເໜີຄວນສ້າງແຜນການລະອຽດໃຫ້ຂະບວນການແຂ່ງຂັນ, ພິເສດແມ່ນການຍ້ອງຍໍສ່ວນບຸກຄົນ, ໝູ່ຄະນະ ຕ້ອງປະຕິບັດຕາມບັນດາມາດຖານຄື: ປະຕິບັດວຽກງານໂຄສະນາກ່ຽວກັບການເລືອກຕັ້ງ; ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມກ່ອນ, ໃນ ແລະ ພາຍຫລັງວັນເລືອກຕັ້ງ ແກ້ໄຂການຮ້ອງທຸກ, ກ່າວໂທດຂອງພົນລະເມືອງກ່ຽວກັບການເລືອກຕັ້ງໃຫ້ດີ ແລະ ທັນການ. ຕາມມະຕິຂອງສະພາແຫ່ງຊາດແລ້ວ, ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021 ຈະຖືກຈັດຕັ້ງໃນວັນທີ 22/5/2016.