ປຸກລະດົມບັ້ນຮົບການທ່ອງທ່ຽວໃໝ່ຊຸກຍູ້ “ອາຊຽນ - ຈຸດນັດພົບໜຶ່ງດຽວ”
ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ແລະ
ທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ
(ພາບ: vietnamplus.vn)
(vovworld) - ກ່າວຄຳເຫັນໄຂເວທີປາໄສການທ່ອງທ່ຽວອາຊຽນ 2017, ໃນຕອນຄ່ຳວັນທີ 18/01, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ພ້ອມກັບທ່ານເລຂາທິການໃຫຍ່ອາຊຽນ ເລເລືອງມິງ ແລະ ບັນດາເຈົ້າໜ້າທີ່ຂັ້ນສູງກ່ຽວກັບການທ່ອງທ່ຽວຂອງບັນດາປະເທດສະມາຊິກ ໄດ້ປຸກລະດົມບັ້ນຮົບໃໝ່ ລວມມີ 50 ຜະລິດຕະພັນ ແນໃສ່ຊຸກຍູ້ຄາດໝາຍ “ອາຊຽນ - ຈຸດນັດພົບໜຶ່ງດຽວ”. ຄາດໝາຍເຊິ່ງບັນດາປະເທດອາຊຽນ ວາງອອກໃຫ້ປີ 2017 ແມ່ນຮັບນັກທ່ອງທ່ຽວ 121 ລ້ານເທື່ອຄົນ, ເພີ່ມຂຶ້ນ 10 % ເມື່ອທຽບໃສ່ປີ 2016. ລາຍຮັບຈາກການເຄື່ອນໄຫວດ້ານການທ່ອງທ່ຽວຄາດວ່າບັນລຸ 83 ຕື້ USD.
ຢູ່ນອກເວທີປາໄສ, ທ່ານຮອງຫົວໜ້າກົມທ່ອງທ່ຽວຫວຽດນາມ ຮ່າວັນຊຽວ ໃຫ້ຮູ້ວ່າ, ເຂົ້າຮ່ວມເວທີປາໄສຄັ້ງນີ້, ຄະນະຜູ້ແທນຫວຽດນາມ ຈະພ້ອມກັບບັນດາສະມາຊິກອາຊຽນ ປຶກສາຫາລື ແລະ ເປັນເອກະພາບຕໍ່ບັນດາມາດຕະການແກ້ໄຂ ເພື່ອນຳການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ ບົນພື້ນຖານນຳໃຊ້ໂອກາດ, ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ ແລະ ຄວາມເປີດອົກເປີດໃຈ, ເຫັນເປັນເສລີດ້ານກົດໝາຍຂອງປະຊາຄົມອາຊຽນ ກວ່າ.