(vovworld) – ຕອນເຊົ້າວັນທີ 07/07, ຢູ່ຮ່າໂນ້ຍ, ໃນພິທີສະເຫຼີມສະຫຼອງ 54 ປີແຫ່ງວັນສ້າງຕັ້ງຂະແໜງທ່ອງທ່ຽວຫວຽດນາມ (09/07/1960 - 09/07/2014), ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ປຸກລະດົມລາຍການຊຸກຍູ້ການທ່ອງທ່ຽວພາຍໃນປະເທດ ດ້ວຍຫົວຂໍ້ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ”. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຫງວຽນວັນຕ໋ວນ ໃຫ້ຮູ້ວ່າ, ລາຍການຊຸກຍູ້ການທ່ອງທ່ຽວດັ່ງກ່າວ ໄດ້ຮັບການຜັນຂະຫຍາຍໃນທົ່ວປະເທດ ເພື່ອແນໃສ່ຮັກສາທ່າເຕີບໂຕຂອງຂະແໜງທ່ອງທ່ຽວຂອງປະເທດຢ່າງລ້ຽນຕິດ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດສັງຄົມໃຫ້ນັບມື້ນັບມີປະສິດທິຜົນ.
ຕໍ່ໜ້າຜົນກະທົບຈາກຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ເພື່ອແນໃສ່ຮັກສາ ແລະ ຊຸກຍູ້ການເຕີບໂຕດ້ານຈຳນວນແຂກທ່ອງທ່ຽວສາກົນ ແລະ ພາຍໃນປະເທດໃນໄລຍະຈະມາເຖິງ, ທ່ານ ຫງວຽນວັນຕ໋ວນ ເນັ້ນໜັກວ່າ.
“ເພື່ອຮັບມືກັບຜົນກະທົບຈາກສະພາບຢູ່ທະເລຕາເວັນອອກ, ພວກເຮົາຈະສຸມໃສ່ສ້າງລາຍການຊຸກຍູ້ການທ່ອງທ່ຽວພາຍໃນປະເທດ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ ຫວຽດນາມ”, ການໄປທ່ອງທ່ຽວແຕ່ລະຄັ້ງແມ່ນເພື່ອເຮັດໃຫ້ມີຄວາມຮັກຕໍ່ປະເທດຊາດຕື່ມອີກ. ປຸກລະດົມບັ້ນຂົນຂວາຍສົ່ງເສີມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບເມືອຢ້ຽມຢາມບ້ານເກີດເມືອງນອນ, ປະກອບສ່ວນຊຸກຍູ້ການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກຢູ່ບັນດາເຂດພູດອຍ, ເຂດທົ່ງພຽງ, ແຄມທະເລ ແລະ ໝູ່ເກາະ”.