ປຸກລະດົມໂຄງການຂໍ້ລິເລີ່ມກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ 2013
ພາບ:internet
|
(vovworld) - ຕອນເຊົ້າວັນທີ 29/11 ຢູ່ ຮ່າໂນ້ຍ, ໂດຍປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງຮອດປີ 2020, ອົງການກວດກາລັດຖະບານ ໄດ້ສົມທົບກັບທະນາຄານໂລກ ຈັດຕັ້ງໂຄງການຂໍ້ລິເລີ່ມກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ຢູ່ຫວຽດນາມປີ 2013 ພາຍໃຕ້ຫົວຂໍ້ວ່າ: “ເພີ່ມທະວີຄວາມກະຈ່າງແຈ້ງ, ປະຢັດມັດທະຍັດ ແລະ ມີຄວາມຮັບຜິດຊອບ, ຫລຸດຜ່ອນການສໍ້ລາດບັງຫລວງ”. ທ່ານ ເຈີນດຶກເລື້ອງ, ຮອງຫົວຫນ້າອົງການກວດກາລັດຖະບານ ໃຫ້ຮູ້ວ່າ:
“ຈຸດໝາຍຂອງໂຄງການຂໍ້ລິເລີ່ມກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງປີ 2013 ແມ່ນປະກອບສ່ວນຫລຸດຜ່ອນການສໍ້ລາດບັງຫລວງ. ປະຈຸບັນ ພວກຂ້າພະເຈົ້າພວມຊອກຫາແນວຄວາມຄິດ, ຫົວຄິດປະດິດສ້າງໃນວົງຄະນາຍາດ, ໃນເຂດຊຸມຊົນ, ພິເສດຢູ່ຂັ້ນຮາກຖານ. ເພາະວ່າ ບົດບາດຂອງສັງຄົມແມ່ນສຳຄັນທີ່ສຸດ, ທຸກຊັ້ນວັນນະ, ອົງການຈັດຕັ້ງຕ່າງໆ ພິເສດແມ່ນຂັ້ນຮາກຖານເຂົ້າຮ່ວມການເສັງ. ຜ່ານນັ້ນ ພວກຂ້າພະເຈົ້າຢາກທະວີຄູນ, ເປີດເຜີຍ, ກະຈ່າງແຈ້ງບັນດາແນວຄວາມຄິດ, ຫົວຄິດປະດິດສ້າງດັ່ງກ່າວເພື່ອເຜີຍແຜ່ໃນວົງຄະນາຍາດ. ຈຸດປະສົງສຸດທ້າຍຂອງພວກຂ້າພະເຈົ້າແມ່ນຊອກຫາບັນດາມາດຕະການດີ, ແນວຄວາມຄິດດີເພື່ອປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ.”