ປຶກສາຫາລືດ້ານການເມືອງ ແລະ ການເຈລະຈາຍຸດທະສາດ ອິນເດຍ - ຫວຽດນາມ

(VOVWORLD) -2 ຝ່າຍໄດ້ພິຈາລະນາການພັດທະນາຫວ່າງມໍ່ໆມານີ້ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ຕາມຈິດໃຈ “ວິໄສທັດລວມ ເພື່ອສັນຕິພາບ, ຄວາມວັດທະນາຖາວອນ ແລະ ມະນຸດ”
ປຶກສາຫາລືດ້ານການເມືອງ ແລະ ການເຈລະຈາຍຸດທະສາດ ອິນເດຍ - ຫວຽດນາມ - ảnh 1ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ
(ພາບ: TTXVN)

ຮອບທີ 11 ການປຶກສາຫາລືດ້ານການເມືອງ ແລະ ຮອບທີ 8 ການເຈລະຈາຍຸດທະສາດລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ອິນເດຍ ໄດ້ດຳເນີນໃນວັນທີ 12 ພະຈິກ ແບບທາງໄກ, ໂດຍທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Riva Ganguly Das, ຮອງລັດຖະມົນຕີການຕ່າງປະເທດ ອິນເດຍ, ຮັບຜິດຊອບບັນຫາຝ່າຍຕາເວັນຕົກເປັນປະທານຮ່ວມ.

        ຢູ່ທີ່ນີ້, 2 ຝ່າຍໄດ້ພິຈາລະນາການພັດທະນາຫວ່າງມໍ່ໆມານີ້ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ຕາມຈິດໃຈ “ວິໄສທັດລວມ ເພື່ອສັນຕິພາບ, ຄວາມວັດທະນາຖາວອນ ແລະ ມະນຸດ” ແລະ ແຜນການກະທຳ 2021 – 2023. 2 ຝ່າຍໄດ້ປຶກສາຫາລືໂຄງການຮ່ວມມືໃນອະນາຄົດ ລວມມີ ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ; ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນໃນສະພາບໂລກລະບາດໂຄວິດ-19 ແລະ ຊອກຫາບັນດາກາລະໂອກາດໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມື ແນໃສ່ໜູນຊ່ວຍການຟື້ນຟູເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ