ປິດກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຄັ້ງທີ 38

(VOVWORLD) - ຕາມລາຍການ, ວັນທີ 17 ຕຸລາທີ່ ນະຄອນຫຼວງຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ເຂົ້າຮ່ວມການປິດກອງປະຊຸມແລະປະກອບຄຳເຫັນໃສ່ຫຼາຍເນື້ອໃນທີ່ສຳຄັນ.
ປິດກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຄັ້ງທີ 38 - ảnh 1ທ່ານອວງຈຸລຶວ ຮອງປະທານສະພາແຫ່ງຊາດ ຊີ້ນຳກອງປະຊຸມ (ພາບ: TTXVN)

ໃນນັ້ນເປັນໜ້າສົນໃຈແມ່ນ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ປະກອບຄຳເຫັນໃສ່ ບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບໂຄງການທ່າອາກາດສະຍານລອງແທັ່ງໄລຍະ 1 ແລະວຽກງານກະກຽມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຫວຽດນາມຊຸດທີ XIV.

        ລັດຖະບານໄດ້ລາຍງານແລະສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາການມອບໝາຍໃຫ້ບໍລິສັດໃຫ່ຍການບິນຫວຽດນາມລົງທຶນ, ຂຸດຄົ້ນທ່າອາກາດສະຍານລອງແທັ່ງໄລຍະ 1. ຍ້ອນວ່າໄລຍະ1 ມີບົດບາດສຳຄັນໃນການປະຕິບັດໂຄງການຕ່າງໆ, ດັ່ງນັ້ນ, ບັນດາກົນໄກພິເສດຄວນນຳໃຊ້ເຂົ້າໃນການກໍ່ສ້າງທ່າອາກາດສະຍານຈະຕ້ອງໄດ້ຍົກອອກມາ, ເພື່ອນຳສະເໜີຕໍ່ສະພາແຫ່ງຊາດຕົກລົງຢ່າງທັນການ, ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປະຕິບັດວຽກງານຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ