ປີທ່ອງທ່ຽວແຫ່ງຊາດ 2022: ກວາງນາມ - ສະຖານທີ່ທ່ອງທ່ຽວຂຽວ

(VOVWORLD) -ແຂວງ ກວາງນາມ ພວມສຸມໃສ່ລົງທຶນພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ຍົກສູງຄຸນນະພາບບັນດາຜະລິດຕະພັນທ່ອງທ່ຽວທີ່ພວມຂຸດຄົ້ນຢູ່ມໍລະດົກໂລກ ໂຮ້ຍອານ, ມີ້ເຊີນ
ປີທ່ອງທ່ຽວແຫ່ງຊາດ 2022: ກວາງນາມ - ສະຖານທີ່ທ່ອງທ່ຽວຂຽວ - ảnh 1ເຂດທ່ອງທ່ຽວ ມີ້ເຊີນ
(ພາບ: TTXVN)

ບັນດາຂະແໜງ, ທ້ອງຖິ່ນໃນແຂວງ ກວາງນາມ ໄດ້ ແລະ ພວມສຸມໃສ່ກະກຽມທຸກດ້ານໃຫ້ແກ່ປີທ່ອງທ່ຽວແຫ່ງຊາດ 2022 “ກວາງນາມ - ສະຖານທີ່ທ່ອງທ່ຽວຂຽວ”, ຮັບປະກັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຕິດພັນກັບມາດຕະຖານທ່ອງທ່ຽວຂຽວ.

        ເຂດທ່ອງທ່ຽວຊີວະພາບ ກົງເຈີຍດົງຢາງ, ເຊິ່ງແມ່ນເຂດທ່ອງທ່ຽວຊີວະພາບແຫ່ງທຳອິດໄດ້ຮັບການລົງທຶນຢູ່ເຂດພູສູງຂອງແຂວງ ກວາງນາມ, ມີຍອດເງິນລົງທຶນໄລຍະທີ 1 ແມ່ນ 2.600 ຕື້ດົ່ງ, ມີເນື້ອທີ່ 120 ເຮັກຕາ, ພວມກະກຽມເປີດປະຕູໃນໄຕມາດທີ 2 ປີ 2022. ເປີດເຂດທ່ອງທ່ຽວວີຊະພາບດັ່ງກ່າວຈະສ້າງກຳລັງໜູນເພື່ອພັດທະນາເສດຖະກິດທ້ອງຖິ່ນ. ແຂວງ ກວາງນາມ ພວມສຸມໃສ່ລົງທຶນພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ຍົກສູງຄຸນນະພາບບັນດາຜະລິດຕະພັນທ່ອງທ່ຽວທີ່ພວມຂຸດຄົ້ນຢູ່ມໍລະດົກໂລກ ໂຮ້ຍອານ, ມີ້ເຊີນ, ເປີດກວ້າງເຂດທ່ອງທ່ຽວໄປທາງທິດໃຕ້ຂອງແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ