ປະທານາຮທິບໍດີ ເບລາຣຸດ Alexander Lukashenko ຕ້ອນຮັບທ່່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງປະທານາຮທິບໍດີ ເບລາຣຸດ Alexander Lukashenko, ທ່່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງໄດ້ທຳການຢ້ຽມຢາມ ສ.ເບລາຣຸດຢ່າງເປັນທາງການແຕ່ວັນທີ 26-27/11 . ເມື່ອສິ້ນສຸດການຢ້ຽມຢາມ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການປັບປຸງ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຶຮອບດ້ານລະຫວ່າງ ຫວຽດນາມ-ເບລາຣຸດ. ຢູ່ທີ່ນີ້, ທ່່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ເຈລະຈາກັບປະທານາຮທິບໍດີ ເບລາຣຸດ Alexander Lukashenko, ພົບປະກັບນາຍົກລັດຖະມົນຕີ ເບລາຣຸດ Mikhail Myasnikovich , ປະທານສະພາ ສາທາລະນະລັດ A. Rubinov …
ທີ່ບັນດາການພົບປະ, 2 ຝ່າຍຢືນຢັນພ້ອມແລ້ວທີ່ຈະຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ເບລາຣຸດ. 2 ຝ່າຍເຫັນດີເພີ່ມທະວີການສັນທະນາດ້ານການເມືອງຢ່າງຕັ້ງໜ້າໃນຂັ້ນຕ່າງໆກ່ຽວກັບບັນດາບັນຫາການພົວພັນ 2 ຝ່າຍກໍຄືບັນຫາສາກົນທີ່ມີຄວາມສົນໃຈ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດ, ລັດຖະບານ, ທ້ອງຖິ່ນ….2 ຝ່າຍເຫັນດີສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການລົງທຶນ, ກະສີກຳ, ອຸດສາຫະກຳເບົາ…
2 ຝ່າຍເຫັນດີຍົກສູງບົດບາດຂອງຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ-ເບລາຣຸດ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກນິກ. 2 ປະເທດພະຍາຍາມສຳເລັດການເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ - ພັນທະພາບພາສີໃນປີ 2014 ເພື່ອຈະລົງນາມໃນຕົ້ນປີ 2015.
ເບລາຣຸດສະໜັບສະໜູນຫວຽດນາມການແກ້ໄຂການຂັດແຍ້ງທາງດ້ານເຂດນ້ຳແດນດິນ, ໃນນັ້ນມີການຂັດແຍ້ງຢູ່ທະເລຕາເວັນອອກ ດ້ວຍມາດຕະການໂດຍສັນຕິວີທີ, ກ້າວໄປເຖິງການບັນລຸ COC ໂດຍໄວ. ທາງຝ່າຍຫວຽດນາມຢືນຢັນ ພ້ອມແລ້ວສະໜັບສະໜູນເບລາຣຸດໃນການປັບປຸງການຮ່ວມມືຫຼາຍດ້ານກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ .