ປັບປຸງກົດໝາຍວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານຕາມທ່າອ່ຽງການປະຕິວັດອຸດສາຫະກຳ 4.0

(VOVWORLD) - ວັນທີ 15 ສິງຫາ, ທີ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ກົດໝາຍວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ກຳນົດທິດການພັດທະນາໃນໄລຍະຈະມາເຖິງ”.
ປັບປຸງກົດໝາຍວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານຕາມທ່າອ່ຽງການປະຕິວັດອຸດສາຫະກຳ 4.0 - ảnh 1ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແທງຮຶງ (ພາບອິນເຕີແນັດ) 

ໃນການໂອ້ລົມສົນທະນາ, ບັນດານັກຊ່ຽວຊານ, ວິສາຫະກິດໄດ້ປະກອບຄຳເຫັນຕີລາຄາຢ່າງຮອບດ້ານ, ຫລາຍສົ້ນກ່ຽວກັບກົດໝາຍວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານໃນ 10 ປີຜ່ານມາ ແລະ ປຶກສາຫາລືກ່ຽວກັບການກຳນົດທິດພັດທະນາໃນອະນາຄົດ. ຕາມທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແທງຮຶງ ແລ້ວ, ພາຍຫລັງຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍເຕັກໂນໂລຊີຂໍ້ມູນຂ່າວສານມາເປັນເວລາ 10 ປີ, ການພັດທະນາຂອງ ຫວຽດນາມ ແລະ ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ມີການປ່ຽນແປງຫລາຍຢ່າງ. ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ FPT ທ່ານ ບູຍກວາງງອັກ ສະເໜີວ່າ: ເພື່ອຊຸກຍູ້ຂະແໜງອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານໃນການພັດທະນາຕ້ອງສ້າງໄດ້ “ຄວາມຕ້ອງການຈາກພາກລັດ” ໃຫ້ການພັດທະນາກ່ຽວກັບຄອມພິວເຕີ, ຫລັງຈາກນັ້ນຈຶ່ງຮອດນະໂຍບາຍຊຸກຍູ້ອື່ນໆ. ຕາມທ່ານ ບູຍກວາງງອັກ ແລ້ວ, ຈຸດໝາຍລະດົມແຫຼ່ງກຳລັງສັງຄົມ ເພື່ອພັດທະນາຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ກໍ່ຕ້ອງມີນະໂຍບາຍຊຸກຍູ້. ປະຈຸບັນ, ເລື່ອງນຳໃຊ້ລະບົບສ່ວຍສາອາກອນ ແລະ ພາສີແບບເອເລັກໂຕນິກ ພວມຜັນຂະຫຍາຍໄດ້ດີ ໃນໄລຍະຈະມາເຖິງ, ລັດຄວນມີລະບຽບການຊຸກຍູ້ການຫັນເປັນເອເລັກໂຕນິກຕື່ມອີກ ເພື່ອສ້າງແຫຼ່ງສະໜອງໃຫ້ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ.

ຕອບກັບ

ຂ່າວ/ບົດ​ອື່ນ