ປັບປຸງກົນໄກ ແລະ ນະໂຍບາຍໃນການປະຕິບັດໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ

(VOVWORLD) -ບັນດາຜູ້ແທນໄດ້ປຶກສາຫາລືບາງເນື້ອໃນກ່ຽວກັບ ໂຄງການກະທຳແຫ່ງຊາດກ່ຽວກັບແມ່ຍິງ, ຊຸກຍູ້ຜັນຂະຫຍາຍໂຄງການດຳເນີນງານຂອງແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ
ປັບປຸງກົນໄກ ແລະ ນະໂຍບາຍໃນການປະຕິບັດໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ - ảnh 1ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງວຽດ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ຕອນເຊົ້າວັນທີ 28 ມີນາ, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບອົງການສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UNWOMEN) ໄດ້ຈັດກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “ໂຄງການເຄື່ອນໄຫວແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ບົດຮຽນສາກົນ ແລະ ຂໍ້ສະເໜີແນະສຳລັບ ຫວຽດນາມ”. ກອງປະຊຸມໄດ້ຈັດຂຶ້ນໃນຮູບແບບໂດຍກົງ ສົມທົບກັບອອນລາຍ.

ບັນດາຜູ້ແທນໄດ້ປຶກສາຫາລືບາງເນື້ອໃນກ່ຽວກັບ ໂຄງການກະທຳແຫ່ງຊາດກ່ຽວກັບແມ່ຍິງ, ຊຸກຍູ້ຜັນຂະຫຍາຍໂຄງການດຳເນີນງານຂອງແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ: ບົດບາດຂອງບັນດາໂຄງການເຄື່ອນໄຫວແຫ່ງຊາດກ່ຽວກັບແມ່ຍິງ; ຂໍ້ສະເໜີແນະກ່ຽວກັບຄວາມສາມາດສ້າງໂຄງການເຄື່ອນໄຫວແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງຕໍ່ກັບຫວຽດນາມ. ບັນດາບາດກ້າວຕໍ່ໄປຂອງໂຄງການດັ່ງກ່າວແມ່ນບັນຫາເຊິ່ງຫຼາຍປະເທດມີຄວາມສົນໃຈ.

ເລື່ອງກະຊວງການຕ່າງປະເທດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຫວຽດນາມ ສົມທົບກັບອົງການສະຫະປະຊາຊາດ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ດຳເນີນການຄົ້ນຄວ້າໂຄງການເຄື່ອນໄຫວແຫ່ງຊາດກ່ຽວກັບແມ່ຍິງຈະເປີດທິດທາງໃໝ່ເພື່ອແນໃສ່ສືບຖອດບັນດາຂໍ້ຄິດປະດິດສ້າງຂອງ ຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ, ດ້ານຂອບກົດບັດ ແລະ ນິຕິກຳໃຫ້ສົມບູນແບບ, ເສີມຂະຫຍາຍບົດບາດຕັ້ງໜ້າ ແລະ ຢືນຢັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນຂົງເຂດຄວາມສະເໝີພາບລະຫວ່າງຍິງຊາຍ ເວົ້າລວມ ແລະ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ