ລັດຖະທຳມະນູນ ຫວຽດນາມ
ປີ 1992
|
(vovworld) - ຮ່າງລັດຖະທຳມະນູນ ສະບັບປັບປຸງ ພວມໄດ້ຮັບຄຳຄິດຄຳເຫັນຈາກປະຊາຊົນທຸກຊັ້ນວັນນະທັງຢູ່ພາຍໃນ ແລະ ຕ່າງປະເທດ. ເມື່ອແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳອາເມລິກາ, ຊາວຫວຽດນາມ ອາໄສຢູ່ອາເມລິກາ ຫລາຍຄົນໄດ້ຍົກຂໍ້ສະເຫນີຢ່າງສຸດຈິດສຸດໃຈ ດ້ວຍຄວາມປາດຖະຫນາຢາກປະກອບສ່ວນສ້າງລັດແຫ່ງອຳນາດຕິຕິບັນຍັດ, ສອດຄອ່ງກັບວິວັດທະນາການພັດທະນາ ແລະ ເຊື່ອມໂຍງ ຂອງຫວຽດນາມ. ທະນາຍຄວາມ ດິງຫວຽດຕື, ຊາວ ຫວຽດນາມ ອາໄສຢູ່ລັດ Califonia ຍົກຄຳເຫັນວ່າ:
“ຂ້າພະເຈົ້າຄິດວ່າ ລັດຖະທຳມະນູນ ຕ້ອງມີຄວາມດຸນດຽງລະຫວ່າງສິດອຳນາດຂອງລັດ ແລະ ສິດຂອງປະຊາຊົນ. ສິດຂອງປະຊາຊົນໄດ້ສະແດງອອກຜ່ານຫລາຍກົນໄກທີ່ລະບຸໄວ້ໃນລັດຖະທຳມະນູນ, ຕົວຢ່າງຄື: ເຄົາລົບສິດຕິດຕາມກວດກາຂອງສະພາແຫ່ງຊາດ. ຂ້າພະເຈົ້າມີຄວາມປິຕິຊົມຊຶ່ນເມື່ອເຫັນວ່າ ສະພາແຫ່ງຊາດ ນັບມື້ນັບສະແດງບົດບາດອັນຕັ້ງຫນ້າຂອງຕົນ. ເຖິງຢ່າງໃດກໍຕາມ, ການເຄື່ອນໄຫວຕຸລາການບໍ່ທັນໄດ້ຮັບການຕີລາຄາຢ່າງເໝາະສົມ. ຂ້າພະເຈົ້າຄິດວ່າ ການປັບປຸງລັດຖະທຳມະນູນຄັ້ງນີ້, ສະພາແຫ່ງຊາດຄວນຄົ້ນຄ້ວາຢ່າງລະອຽດເພື່ອກຳສະພາບຕົວຈິງໃຫ້ໄດ້. ລັດຖະທຳມະນູນຕ້ອງມີຄວາມເປັນໄປ, ເໝາະສົມກັບປະຊາຊົນ, ບໍ່ສ້າງກາລະໂອກາດໃຫ້ແກ່ບັນດາພົນລະເມືອງສວຍໃຊ້ສິດເສລິປະຊາທິປະໄຕ.”
ສ່ວນທ່ານ ຟ້າມເທຮ່ວາງ ຜູ້ຊ່ຽວຊານກອງທຶນເງິນຕາສາກົນ (IMF) ຢູ່ ອາເມລິກາໄດ້ສະເຫນີວ່າ: ຄະນະຮຽບຮຽງລັດຖະທຳມະນູນສະບັບປັບປຸງ ຕ້ອງອະທິບາຍບັນດາເນື້ອໃນປັບປຸງຢ່າງລະອຽດ ແລະ ຕ້ອງຍົກໃຫ້ເຫັນສາຍເຫດທີ່ຈຳເປັນຕ້ອງປັບປຸງເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈບັນດາຈຸດໃຫມ່ໃນລັດຖະທຳມະນູນຢ່າງຈະແຈ້ງກວ່າ.