ກອງປະຊຸມສຳມະນາໃນວັນທີ 21/6
(vovworld) – ປັບປຸງລະບົບກົດໝາຍແຮງງານເພື່ອເຊື່ອມໂຍງເຂົ້າກັບສາກົນແລະປະຕິບັດຄຳໝັ້ນສັນຍາTPP - ນີ້ແມ່ນຫົວຂໍ້ຕົ້ນຕໍຂອງກອງປະຊຸມສຳມະນາໂດຍກຳມາທິການບັນດາບັນຫາສັງຄົມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດເປັນປະທານ, ສົມທົບກັບກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ, ສະມາພັນໃຫຍ່ແຮງງານ ຫວຽດນາມ ແລະ ອົງການແຮງງານສາກົນຈັດຕັ້ງຢູ່ນະຄອນ ດ່ານັ້ງ, ໃນວັນທີ 21/6. ນະທີ່ນີ້, ບັນດາຜູ້ແທນຖືວ່າ: ເພື່ອຜັນຂະຫຍາຍການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບແຮງງານ ແລະ ກຳມະບານໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ຫວຽດນາມ ຕ້ອງປັບປຸງບັນດາມາດຖານແຮງງານ, ການພົວພັນແຮງງານຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດການຕະຫຼາດ, ເຊື່ອມໂຍງເຂົ້າກັບສາກົນດ້ວຍຈຸດປະສົງ, ຄວາມຮຽກຮ້ອງຕ້ອງການ. ນອກຈາກນັ້ນ, ຫວຽດນາມ ຕ້ອງກວດກາ, ຕີລາຄາລັກສະນະເໝາະສົມກັບລັດຖະທຳມະນູນ ແລະ ລະດັບເໝາະສົມຂອງສັນຍາ TPP ສຳລັບລະບົບກົດໝາຍຂອງ ຫວຽດນາມ ກ່ຽວກັບບັນດາມາດຖານແຮງງານ, ການພົວພັນແຮງງານ, ຕີລາຄາຜົນກະທົບຂອງສັນຍາ TPP ສຳລັບບັນດາຂະແໜງ, ຂົງເຂດ, ບັນດາວິສາຫະກິດ, ພິເສດແມ່ນບັນດາສິ່ງທ້າທາຍ ແລະ ມາດຕະການລະອຽດເພື່ອແນໃສ່ຍາດແຍ່ງກາລະໂອກາດ ແລະ ຍາດແຍ່ງຜົນປະໂຫຍດສູງສຸດຂອງ ຫວຽດນາມ ເມື່ອເຂົ້າຮ່ວມສັນຍາ TPP, ຈັດຕັ້ງການທາບທາມຄວາມເຫັນຢ່າງກ້ວາງຂວາງໃນປະຊາຄົມວິສາຫະກິດ ແລະ ບັນດາເປົ້າໝາຍຖືກຜົນກະທົບໂດຍກົງຈາກສັນຍາ.