ປ້ອງກັນຕ້ານການສໍ້ລາດບັງຫຼວງ,ການຟຸ້ມເຟືອຍແມ່ນໜ້າທີ່ສຳຄັນ,ເປັນປະຈຳ
(ທ່ານ ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ
ກ່າວຄວາມເຫັນຊີ້ນຳກອງປະຊຸມ)
(vovworld)- ຕອນເຊົ້າ ວັນທີ 7/11, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນ ກອງປະຊຸມຮັບເອົາຄຳເຫັນ, ປະກອບຄຳເຫັນ ໃສ່ແຜນຮ່າງສະຫຼຸບ 10 ປີ ແຫ່ງການປະຕິບັດມະຕິຂອງກອງປະຊຸມສູນກາງ ຄັ້ງທີ 3 ຊຸດທີ 10 ກ່ຽວກັບ “ການເພີ່ມທະວີການຊີ້ນຳນຳພາຂອງພັກ ສຳລັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸ້ມເຟືອຍ”. ເຂົ້າຮ່ວມກອງປະຊຸມ ມີຜູ້ແທນຈາກ 38 ແຂວງ, ນະຄອນເຂດພາກກາງ, ໄຕຫງວຽນ ແລະ ພາກໃຕ້. ກ່າວຄວາມເຫັນ ຊີ້ນຳກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຊີ້ແຈ້ງ:
ປ້ອງກັນຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ ແມ່ນວຽກງານທີ່ຫຍຸ້ງຍາກ, ສັບສົນທີ່ສຸດ, ແມ່ນໜ້າທີ່ສຳຄັນ, ເປັນປະຈຳ ທັງຮີບດ່ວນ, ທັງຍາວນານ ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ ຂອງປະເທດຊາດ, ການຄົງຕົວຂອງລະບອບ. ຜ່ານ 10 ປີ ແຫ່ງການປະຕິບັດມະຕິ, ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ສະແດງອອກໃນບັນດາດ້ານສະກັດກັ້ນ, ພົບເຫັນ ແລະ ແກ້ໄຂການສໍ້ລາດບັງຫຼວງ, ປະກອບສ່ວນສຳຄັນ ເຂົ້າໃນການຮັກສາສະຖຽນລະພາບ ດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ.