ພົນລະເມືອງ ອີຕາລີ 2 ຄົນ ແມ່ນ Greta Ramelli ແລະ Vanessa Marzullo
(ພາບ Youtube)
|
(vovworld) – ຕອນຄຳ່ວັນທີ 31/12, ໃນເຄືອຂ່າຍອິນເຕີແນັດໄດ້ປະກົດມີ video ຕອນໜຶ່ງ, ໃນນັ້ນມີຮູບຜູ້ຍິງ 2 ຄົນທີ່ອ້າງຕົວວ່າແມ່ນພາລະກອນກູ້ຊ່ວຍມະນຸດສະທຳຊາວອີຕາລີ, ເຊິ່ງຖືກຈັບຕົວຢູ່ຊີຣີ ແລະ ຮຽກຮ້ອງລັດຖະບານຊອກຫາວິທີກູ້ເອົາຊີວິດ. ຜູ້ຍິງທັງ 2 ມີອາຍຸປະມານ 20 ປີ, ຫົວພັນຜ້າສີດຳ, ເຂົາເຈົ້າໃຫ້ຮູ້ວ່າບັນດາມືປືນຢູ່ແຂວງ Aleppo, ທາງພາກເໜືອຊີຣີ ໄດ້ລອບຈັບຕົວເຂົາເຈົ້າເມື່ອເດືອນ 8/2014. ຜູ້ຖືກເຄາະຮ້າຍທັງສອງໄດ້ຮຽກຮ້ອງລັດຖະບານກູ້ເອົາຊີວິດໃຫ້ເຂົາເຈົ້າໂດຍໄວເພື່ອໄດ້ກັບເມືອຄອບຄົວ.