ປະກິດສະຖານ ດຳເນີນການເລືອກ ຕັ້ງໃນທົ່ວປະເທດ

ປະກິດສະຖານ ດຳເນີນການເລືອກ ຕັ້ງໃນທົ່ວປະເທດ - ảnh 1
ສະຖານທີ່ປ່ອນບັດແຫ່ງໜຶ່ງຢູ່ ປະກິດສະຖານ
(ພາບ: Getty)

(vovworld) – ຕອນ​ເຊົ້າ​ວັນ​ທີ 11/5, ບັນດາ​ສະຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ປາ​ກິດ​ສະຖານ ​ໄດ້​ເປີດ​ປະຕູ​ເພື່ອ​ຕ້ອນຮັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນັບ​ລ້ານ​ຄົນ​ມາ​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ທີ່​ເປັນ​ຂີດ​ໝາຍ​ໃນ​ການ​ມອບ​ໂອນ​ປະຊາທິປະ​ໄຕ​ທີ່ມີ​ລັກສະນະ​ປະ​ຫວັດ​ສາດ​ຢູ່​ປະ​ເທດ ອາຊີ ​​ໃຕ້​ນີ້. ຕາມ​ບັນຊີ​ລາຍ​ຊື່​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະກິດ​ສະຖານ ກ່ວາ 86 ລ້ານ​ຄົນມີ​ມາດຖານ​ຢ່າງ​ພຽງພໍ​ເພື່ອ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ພາ​ຕຳ່ ​ແລະ ບັນດາ​ສະພາ​ນິຕິບັນຍັດ​ຢູ່ 4 ​ແຂວງ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຈະ​ເລືອກ​ຕັ້ງສະມາຊິກ​ສະພາ​ຕຳ່ 272 ​ທ່ານໃນ​ຈຳນວນ 342 ທ່ານ, ທີ່​ນັ່ງ​ຍັງ​ເຫຼືອ​​ແມ່ນ​ສະຫງວນ​ໃຫ້​ຜູ້​ບໍ່​ຖື​ສາສະໜາ​ອິດສະ​ລາມ (10 ທີ່​ນັ່ງ) ​ແລະ ​ແມ່ຍິງ (60 ທີ່​ນັ່ງ). ພາຍຫຼັງ​ມີ​ໝາກຜົນ​ການ​ປ່ອນ​ບັດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຈະ​​ໂຮມປະຊຸມ​ເພື່ອ​ເລືອກ​ຕັ້ງ​ນາຍົກລັດຖະມົນຕີ ​ແລະ ​ເຈົ້າ​​ແຂວງ 4 ທ່ານ.

 

ຂ່າວ/ບົດ​ອື່ນ