ປະກອບຄຳເຫັນໃສ່ “ແຜນຮ່າງສືບຕໍ່ປ່ຽນ ໃໝ່ບັນດາອົງການ ຂອງສະພາແຫ່ງຊາດ“

ປະກອບຄຳເຫັນໃສ່ “ແຜນຮ່າງສືບຕໍ່ປ່ຽນ  ໃໝ່ບັນດາອົງການ ຂອງສະພາແຫ່ງຊາດ“ - ảnh 1

ສະພາບ​ກອງ​ປະຊຸມ

(ພາບ: baoquangninh.com.vn )

(vovworld)-​​​​ ​ ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ມີ​ປະຊາທິປະ​ໄຕ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ຮຽກຮ້ອງ​ໃຫ້​ສະພາ​ແຫ່ງ​ຊາດ​ຕ້ອງ​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ​ກ່ຽວ​ກັບ​ວິທີ​ການ​ເຄື່ອນ​ໄຫວ ​ແລະ ​ໂຄງ​ປະກອບ​ການຈັດຕັ້ງ. ນີ້​ແມ່ນ​ເນື້ອ​ໃນ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ປ​ະກອບ​ໃສ່ “ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​ໃໝ່​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ“ ​ໂດຍ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈັດ​ຂຶ້ນ​ໃນ​ວັນ​ທີ 16/10 ຢູ່​ນະຄອນ​ຮ້າ​ລອງ ​ແຂວງ​ກວາງ​ນິງ. ນະ​ທີ່​ນີ້, ທ່ານ​ນາງ​ຕ່ອງ​ທິຟອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນໜັກ​ວ່າ:

  “ພວກ​ເຮົາ​ຕ້ອງ​ເພິ່ມຈຳນວນ ສສຊ ສະ​ເພາະ​ກິດຢ່າງ​ເໝາະ​ສົມ​​ເປັນ​ເທື່ອ​ລະກ້າວ ບົນ​ພື້ນຖານ​ຮັບປະກັນ​ລັກສະນະ​ຕາງໜ້າ ​ແຕ່​ຕ້ອງ​ຄົ້ນຄ້ວາ​ກ່ຽວ​ກັບ​ການ​ຍົກ​ສູງ​ມາດ​ຖານ​ສະ​ເພາະ​ກິດ. ຢູ່​ສະພາ​ຊົນ​ເຜົ່າ ​ແລະ ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ ສສຊ ຕ້ອງ​ມີ​ຄຸນ​ນະ​ທາດ, ລະດັບວິຊາ​ສະ​ເພາະສູງ, ​ແມ່ນ​ຜູ້​ຊ່ຽວຊານ​ເຂົ້າ​ໃຈ​ຂົງ​ເຂດ​ຕ່າງໆ​ຢ່າງ​ເລິກ​ເຊິ່ງ. ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ບັນດາ​ຂັ້ນຕອນ ​ແລະ ຍົກ​ສູງ​ຄຸນະພາບ​ສ້າງ​ກົດໝາຍ, ຂັ້ນຕອນ​ຕິດ​ຕາມ​ກວດກາ​​ໃນ​ການ​ເຄື່ອນ​ໄຫວ, ບັນດາ​ຄຳ​ຕັດສິນ​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ“.

 

ຂ່າວ/ບົດ​ອື່ນ