(vovworld) - ວັນທີ 05/03, ຄະນະປະຕິບັດງານຂອງຄະນະກຳມະທິການປັບປຸງລັດຖະທຳມະນູນຂອງສະພາແຫ່ງຊາດ ໂດຍທ່ານ ຟານຈຸງລີ໋, ຫົວໜ້າກຳມາທິການກົດໝາຍແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບແຂວງ ຮ່າຕິ້ງ ກ່ຽວກັບເລື່ອງຮັບເອົາຄຳຄິດຄຳເຫັນຈາກປະຊາຊົນເຂົ້າຮ່ວມການປັບປຸງລັດຖະທຳມະນູນປີ 1992. ຄະນະຕິດຕາມກວດກາໄດ້ຕີລາຄາສູງແຂວງ ຮ່າຕິ້ງ ຜັນຂະຫຍາຍການຮັບເອົາຄຳຄິດຄຳເຫັນຈາກນັກປັນຍາຊົນທຸກຊັ້ນ, ນັກວິທະຍາສາດ ໃນເລື່ອງປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ຄະນະຕິດຕາມກວດກາ ໄດ້ສະເໜີໃຫ້ແຂວງ ຮ່າຕິ້ງ ໂຄສະນາຢ່າງເລີກເຊິ່ງກວ້າງຂວາງ ແລະ ຮົບເອົາຄຳຄິດຄຳເຫັນຂອງປະຊາຊົນທຸກຊັ້ນວັນນະໃນເຂດທຸກຍາກ, ເຂດຫ່າງໄກສອກຫຼີກ ແລະ ຊາວປະມົງເຂດທະເລ ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ.
ການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແມ່ນບັ້ນດຳເນີນຊີວິດການເມືອງໃຫຍ່ ທີ່ພວມດຳເນີນໄປໃນທ່ົວປະເທດ ແລະ ດຶງດູດການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະ, ສ້າງຄວາມເຫັນດີເຫັນພ້ອມໃນຫາງສຽງສັງຄົມ. ວັນທີ 5/3, ໜັງສືພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນ ຫວຽດນາມ) ໄດ້ລວບລວມຄຳເຫັນຂອງບັນດາພະນັກງານ, ນາຍທະຫານກອງບັນຊາການທະຫານເຂດ 4 - ກະຊວງປ້ອງກັນປະເທດທີ່ປະກອບຄຳເຫັນກ່ຽວກັບລະບອບການເມືອງ, ສິດທິມະນຸດ, ເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ, ການປົກປັກຮັກສາປະເທດຊາດ, ກົງຈັກລັດ, ຜົນສັກສິດຂອງລັດຖະທຳມະນູນ ແລະ ຂັ້ນຕອນປັບປຸງລັດຖະທຳມະນູນ... ພິເສດແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງຂົງເຂດການທະຫານ, ປ້ອງກັນຊາດ ແລະ ປົກປັກຮັກສາປະເທດຊາດ. ໜັງສືພິມ ເຍີນເຢີນ (ສຽງຂອງພັກກອມມູນິດ ຫວຽດນາມ) ກໍ່ໄດ້ໃຫ້ຂ່າວຄະນະກວດກາສູນກາງລົງກວດກາການຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນທີ່ປະກອບໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ ຢູ່ແຂວງ ຫາຍເຢຶອງ ແລະ ນະຄອນ ຫາຍຟ່ອງ. ໃນກ່ວາ 2 ເດືອນທີ່ຜ່ານມາ, ນະຄອນ ດ່າໜັງ ໄດ້ຈັດຕັ້ງການຮັບເອົາຄຳເຫັນຂອງພະນັກງານ, ປະຊາຊົນ ເປັນຫຼາຍຄັ້ງ, ດຶງດູດກ່ວາ 1.000 ຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ດ້ວຍເນື້ອໃນຕ່າງໆຄື: ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ. ທ່ານ ຫວໍຢູຍເຄືອງ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ດ່າໜັງ ໃຫ້ຮູ້ວ່າ:
“ເພື່ອຜັນຂະຫຍາຍການຮັບເອົາຄຳເຫັນຂອງປະຊາຊົນ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ພວກຂ້າພະເຈົ້າ ໄດ້ຜັນຂະຫຍາຍເປັນຫຼາຍບາດກ້າວ. ບັນດາເມືອງ ລ້ວນແຕ່ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນຂອງປະຊາຊົນທຸກຊັ້ນວັນນະແຕ່ 2 - 3 ຄັ້ງ. ບັນດາຕາແສງກໍ່ໄດ້ຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນເຊັນດຽວກັນ. ປະຈຸບັນ, ພວກຂ້າພະເຈົ້າ ພວມດຳເນີນຈັດກອງປະຊຸມສຳມະນາຂັ້ນນະຄອນ. ຮອດວັນທີ 20/3, ພວກຂ້າພະເຈົ້າໄດ້ມີບົດລາຍງານລວບລວມຄຳເຫັນທັງໝົດຂອງທຸກຂັ້ນແລ້ວ ສົ່ງເຖິງກຳມາທິການປັບປຸງລັດຖະທຳມະນູນຂອງສະພາແຫ່ງຊາດ”
ດ້ວຍຫົວຂໍ້ວ່າ “ປັບປຸງລັດຖະທຳມະນູນຕ້ອງຕິດພັນກັບບົດບາດນຳພາຂອງພັກ, ພ້ອມທັງຮັບປະກັນລັກສະນະເອກະລາດ, ປະຕິບັດບັນດາອຳນາດນິຕີບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ ຢ່າງມີປະສິດທິຜົນ”, ກອງປະຊຸມສຳມະນາວິທະຍາສາດ ໂດຍນະຄອນ ເກີນເທີ ຈັດຕັ້ງໃນວັນດຽວກັນ ໄດ້ດຶງດູດຫຼາຍຄຳເຫັນ ແລະ ບົດປະກອບຄວາມເຫັນຫຼາຍບົດ. ບັນດາຄຳເຫັນສຸມໃສ່ໄຈ້ແຍກ, ປະກອບຫຼາຍເນື້ອໃນກ່ຽວກັບດ້ານເສດຖະກິດ ແລະ ການເມືອງ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຕັ້ງໜ້າ ແລະ ເປັນເຈົ້າການເຊື່ອມຍົງເຂົ້າກັບສາກົນ.
ແລະກໍ່ໃນວັນດຽວກັນ, ແຂວງ ຮ່ານາມ, ແຂວງ ດ້ຽນບຽນ ກໍ່ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນປະກອບຂອງບັນດາພະນັກງານຫຼັກແຫຼ່ງ ໃນແຂວງໃສ່ບັນດາເນື້ອໃນກ່ຽວກັບສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ການປົກປັກຮັກສາປະເທດຊາດ, ບັນດາບັນຫາທີ່ກ່ຽວຂ້ອງເຖິງເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ... ໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ.