ປະກອບຄຳເຫັນໃຫ້ຮ່າງກົດໝາຍດຳເນີນຄະດີ (ສະບັບປັບປຸງ)
(ພາບປະກອບ)
(vovworld) - ທີ່ການປະກອບຄຳເຫັນໃສ່ຮ່າງກົດໝາຍດຳເນີນຄະດີ (ສະບັບປັບປຸງ), ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສານປະຊາຊົນສູງສຸດຈັດຕັ້ງໃນຕອນເຊົ້າວັນທີ 20/1, ບັນດາຄຳເຫັນປະກອບສ່ວນຫຼາຍຂອງຜູ້ຊ່ຽວຊານຖືວ່າ, ຮ່າງກົດໝາຍໄດ້ຮັບການກະກຽມຢ່າງລະອຽດ, ມີຄວາມພະຍາຍາມຫຼາຍຢ່າງໃນການປະຕິບັດບັນດາມາດຕາທີ່ໄດ້ກຳນົດໃນລັດຖະທຳມະນູນ, ກ່ຽວກັບການປົກປັກຮັກສາສິດທິມະນຸດ ແລະ ສິດຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງພົນລະເມືອງ. ເຖິງຢ່າງໃດກໍ່ຕາມ, ຮ່າງກົດໝາຍຄວນເຮັດແຈ້ງບັນດາສິ່ງທີ່ຍັງຄົງຄ້າງໃນປະຈຸບັນກວ່າຄື: ບັນດາຫຼັກການສະໝັກໃຈ, ຄວາມສະເໝີພາບ; ຄວາມສະເໝີພາບລະຫວ່າງພົນລະເມືອງ, ລະຫວ່າງບຸກຄົນກັບອົງການຂອງລັດ, ລະຫວ່າງລັດວິສາຫະກິດກັບວິສາຫະກິດເອກະຊົນ. ບັນດານັກຊ່ຽວຊານກໍ່ປະກອບຄຳເຫັນກ່ຽວກັບບົດບາດຂອງໄອຍະການໃນສານແພ່ງ; ສິດຟ້ອງສານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.