ປະກາດ9ເຫດການວິຈິດສິນ,ຖ່າຍຮູບດີເດັ່ນປີ2015

ປະກາດ9ເຫດການວິຈິດສິນ,ຖ່າຍຮູບດີເດັ່ນປີ2015 - ảnh 1
ກິ​ດ​ຈະ​ກຳອະ​ນຸ​ສາ​ວະ​ລີ “ແມ່​ຫວຽດ​ນາມ ວິ​ລະ​ຊົນ”
(ພາບ: thethaovanhoa)

(vovworld) -​ ວັນ​ທີ 28/12, ກົມ​ວິ​ຈິດ​ສິນ, ຖ່າຍ​ຮູບ ແລະ ວາງ​ສະ​ແດງ (ກະ​ຊວງວັດ​ທ​ະ​ນຳ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ) ໄດ້​ປະ​ກາດ​ບັນ​ດາ​ເຫດ​ການ​ວິ​ຈິດ​ສິນ, ຖ​່າຍ​ຮ​ູບ​ດີ​ເດັ່ນ​ໃນ​ປີ 2015. 9 ເຫດ​ການ​ດີ​ເດັ່ນ​ໃນ​ປີ 2015 ລວມ​ມີ: ງານ​ວາງ​ສະ​ແດງ 70 ປີ​ແຫ່ງ “ຜົນ​ງານ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ 2015”; ເປີດ​ສະ​ຫຼອງອ​ະ​ນຸ​ສາ​ວະ​ລີ “ປະ​ທານ​ໂຮ່​ຈິ​ມິນ ກັບ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ແຂວງ​ຕວຽນ​ກວາງ”; ເປີດ​ສະ​ຫຼອງອ​ະ​ນຸ​ສາ​ວະ​ລີປະ​ທານ​ໂຮ່​ຈິ​ມິນ ຢູ່​ນະ​ຄອນ​ໂຮ່​ຈິ​ມິນ; ກິ​ດ​ຈະ​ກຳອະ​ນຸ​ສາ​ວະ​ລີ “ແມ່​ຫວຽດ​ນາມ ວິ​ລະ​ຊົນ” ຢູ່​ແຂວງກວາງ​ນາມ; ງານ​ວາງ​ສະ​ແດງ​ວິ​ຈິດ​ສິນ​ຫວຽດ​ນາມ 2015; ຄ້າຍປະ​ດິດ​​ຄິດສ້າງ​​ປະ​ຕິ​ມາ​ກຳ​ສາ​ກົນ 2015 ດ້ວຍ​ຫົວ​ຂໍ້ “ນະ​ຄອນ​ໂຮ່​ຈິ​ມິນ - 40 ປີ​ແຫ່ງ​ການ​ກໍ່​ສ້າງ, ພັດ​ທະ​ນາ ແລະ ເຊື່ອ​ມ​ໂຍງ”; ການ​ເສັງ ແລະ ວາງ​ສະ​ແດງ​ພາບ​ຖ່າຍ​ສິ​ລະ​ປະ​ສາ​ກົນ​ຄັ້ງ​ທີ 8 ຢູ່​ຫວຽດ​ນາມ ​ປີ 2015; Festival ນັກ​ຖ່າຍ​ຮູບ​ໜຸ່ມ 2015 ຖືກ​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ; ງ​ານ​ວາງ​ສະ​ແດ​ງ​ພາບ​ຖ່າຍ​ກ່ຽວ​ກັບ​ສົງ​ຄາມ​ຢູ່​ຫວຽດ​ນາມ ຂອງ​ສຳ​ນັກ​ຂ່າວ​ສານ AP ​ຖືກ​ດຳ​ເນີນຢູ່​ຮ່າ​ໂນ້ຍ; ຄ້າຍປະ​ດິດ​​ຄິດສ້າງ ແລະ ວາງ​ສະ​ແດງ​ພາບ​ຖ່າຍ “ປະ​ເທດ​ຊາດ ແລະ ​ປະ​ຊາ​ຊົນໃນ​ບ້ານ​ເກີດ​ເມືອງນອນກອງ​ທັບ​ເຮືອ​ຮ່ວາງ​ຊາ” ຢູ່​ສັບ​ປະ​ດ​າ​ວັດ​ທະ​ນະ​ທ​ທະ​ເລ, ໝູ່​ເກາະ ກວາງ​ງ້າຍ.

ຂ່າວ/ບົດ​ອື່ນ