ປະກາດຈຸດເວລາຕົກລົງບັນຫານິວເຄຼຍອີຣານ-P5+1ມີຜົນສັກສິດ


ປະກາດຈຸດເວລາຕົກລົງບັນຫານິວເຄຼຍອີຣານ-P5+1ມີຜົນສັກສິດ - ảnh 1
ການຈັບມືປະຫວັດສາດລະຫວ່າງລັດຖະມົນຕີການຕ່າງປະທດ ອີຣານ Mohammad-Javad Zarif (ຊ້າຍ) ແລະ
John Kerry ເມື່ອເດືອນ 11/2013.
(ພາບ: nypost.com)

(vovworld) – ວັນ​ທີ 12/1, ກະຊວງ​ການ​ຕ່າງປະ​ເທດ ອີຣານ ປະກາດ​ຂໍ້​ຕົກລົງ​​ເຊິ່ງປະ​ເທດ ສ. ອິດສະ​ລາມ ນີ້​ບັນລຸ​ໄດ້​ກັບ​ກຸ່ມ P5+1 (​ເຊິ່ງລວມມີ ອາ​ເມ​ລິ​ກາ, ຝຣັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ​ເພື່ອ​​ແນ​ໃສ່​ຄວບ​ຄຸມ​ລາຍການ​ນິວ​ເຄຼຍຂອງ ​ເຕ​ເຮຣານ ຈະ​ມີ​ຜົນ​ສັດ​ສິດ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 20/1 ຈະ​ມາ​ເຖິງ. ຕາມ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອີຣານ Abbas Araqchi ​ແລ້ວ, ຈຸດ​ພິ​ເສດ​ກ່ອນ​ທີ່​ຂໍ້​ຕົກລົງ​ນີ້​ໄດ້​ຮັບການ​ຮັບຮອງ​ເອົາ​ນັ້ນ​ແມ່ນ ສິ່ງ​ຄົງ​ຄ້າງ​ລະຫວ່າງ ​ເຕ​ເຮຣານ ​ແລະ ວໍ​ຊິງ​ຕັນ, ​ແຕ່​ສຸດ​ທ້າຍ 2 ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​. ທຳນຽບຂາວ​ໄດ້​ຮັບ​ຮູ້​ຂໍ້​ມູນ​ຂ່າວ​ດັ່ງກ່າວ. ຖະ​ແຫຼ​ງຂ່າວ​ຂອງ​ທ່ານ​ປະທານາທິບໍດີ Barack Obama ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຊົມ​ເຊີຍ​ບາດກ້າວ​ນີ້ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ສືບ​ຕໍ່​ສຸ​ມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ເພື່ອ​ບັນລຸ​ຂໍ້ຕົກລົງ​ຮອບດ້ານ​ໂດຍ​ໄວ. ທ່ານ​ປະທານາທິບໍດີ Barack Obama ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ອື່ນໆ​ຈະ​ເລີ່​ມ “​ຜ່ອນຄາຍ” ບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​​ເສດຖະກິດ​ສຳລັບ ອີຣານ ດ້ວຍ​ເງື່ອນ​ໄຂ​ວ່າ: ອີຣານ ຕ້ອງ ປະຕິບັດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ​ໃນ​ຂໍ້​ຕົກລົງ​ກັບ​ກຸ່ມ P5+1 ​ເມື່ອ​ເດືອນ 11 ປີ​ກາຍ.

 

ຂ່າວ/ບົດ​ອື່ນ