(vovworld) - ຕອນບ່າຍວັນທີ 12/12, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປະກາດຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດຮອດປີ 2020, ວິໄສທັດຮອດປີ 2030. ຍຸດທະສາດປົກປັກຮັກສາສິ່ງແວດລ້ອມແຫ່ງຊາດຮອດປີ 2020 ແລະ ວິໄສທັດຮອດປີ 2030 ໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເປັນເຈົ້າພາບສ້າງຂຶ້ນ ເຊິ່ງນາຍົກລັດຖະມົນຕີໄດ້ເຊັ່ນອະນຸມັດຜ່ານໃນວັນທີ 5/9/2012. ຕາມນັ້ນແລ້ວ, ມີ 4 ທິດທາງໃຫຍ່ໃຫ້ແກ່ວຽກງານປົກປັກຮັກສາສິ່ງແວດລ້ອມຮອດປີ 2020. ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ບຸຍແກກຕ໋ວຽນ (Bui Cach Tuyen) ໃຫ້ຮູ້ວ່າ.
“ຄາດໝາຍຂອງຍຸດທະສາດແມ່ນຮອດປີ 2020 ຕ້ອງຄວບຄຸມ, ຈຳກັດໂດຍພື້ນຖານ ແລະ ຮອດປີ 2030 ສະກັດນັ້ນ ແລະ ຍູ້ໃຫ້ທ່າອ່ຽງຊັບພະຍາກອນຖືກຊຸດໂຊມ, ເສຍຫາຍ ແລະ ຊີວະນາໆພັນຖືກຫຼຸດລົງໃຫ້ຖອຍໄປ, ປັບປຸງຄຸນນະພາບສິ່ງແວດລ້ອມ ແລະ ຍົກສູງຄວາມສາມາດບົ່ມຊ້ອນ, ຄວາມເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບໃຊ້ເປົ້າໝາຍພັດທະນາປະເທດຊາດຢ່າງໝັ້ນຄົງ. ເນື້ອໃນຂອງຍຸດທະສາດໄດ້ຮັບການສືບທອດ, ເສີມຂະຫຍາຍຈາກບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະ 2001 – 2010; ພ້ອມທັງເພີ່ມຕື່ມບັນດາໜ້າທີ່, ມາດຕະການແກ້ໄຂໃໝ່ຕື່ມອີກ ເພື່ອຊຸກຍູ້ການເຕີບໂຕຂຽວ, ພັດທະນາພື້ນຖານເສດຖະກິດຂຽວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.