ປະກາດດັດຊະນີປະຕິຮູບດ້ານບໍລິຫານປີ2013

ປະກາດດັດຊະນີປະຕິຮູບດ້ານບໍລິຫານປີ2013 - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ
(ພາບ: bizlive.vn)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 5/9, ຢູ່​ຮ່າ​ໂນ້ຍ, ກະຊວງ​ພາຍ​ໃນ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ປະກາດ​ດັດ​ຊະ​ນີປະຕິ​ຮູບ​ດ້ານບໍລິ​ຫານ​ປີ 2013. ຕາມ​ນັ້ນ​ແລ້ວ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ນະຄອນ ດ່າ​ນັ້ງ ​ຖືກຈັດ​ອັນ​ດັບ​ທີ​ 1 ກ່ຽວ​ກັບ​ປະຕິ​ຮູບດ້ານ​ບໍລິຫານ​ປີ 2013 ​ໃນຈຳນວນ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນ. ທີ່​ພິທີ​ປະກາດ, ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​​ໃນ ຫງວຽນທ໋າຍບິ່ງ, ​ເນັ້ນ​ໜັກ​ວ່າ:

    “​ແຜນ​ຮ່າງ​ດັດ​ຊະນີປະຕິ​ຮູບ​ດ້ານບໍລິຫານ​ຮັບປະກັນ​​ເລື່ອງຕີ​ລາຄາ​ຢ່າງຮອບດ້ານ, ຄົບ​ຊຸດ, ​ແທດ​ຈິງ, ພາວະ​ວິ​ໄສ ​ໃນ​ການປະຕິ​ຮູບດ້ານ​ບໍລິຫານ​ຈາກ​ປະຕິ​ຮູບ​ລະບອບ​ຕະຫຼອດ​ຮອດ​ປະຕິ​ຮູບ​ກ່ຽວ​ກັບ​ລະບຽບ​ການ​ບໍລິຫານ, ຈາກ​ປະຕິ​ຮູບ​ດ້ານບໍລິຫານ​ກົງຈັກ​ລັດ​ຕະຫຼອດ​ຮອດ​ການ​ສ້າງ​ຖັນ​ແຖວ​ພະນັກງານ, ລັດຖະກອນ​, ຈາກ​ການ​ປະຕິ​ຮູບ ດ້ານ ບໍລິຫານ​ລັດ​ຕະຫຼອດ​ຮອດ​ພື້ນຖານການ​ຫັນ​ການບໍລິຫານ​ແຫ່ງ​ລັດ​ເປັນທັນ​ສະ​ໄໝ.”

    ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ​​ໂດຍ​ຜ່ານ​ດັດ​ຊະນີ​ປະຕິ​ຮູບ​ດ້ານ​ບໍລິຫານ​ປີ 2013, ​ເພື່ອມີ​ບັນດາ​ມາດ​ຕະການ​ລະອຽດ​​ແນ​ໃສ່​ແກ້​ໄຂ​ຈຸດ​ອ່ອນ, ຍົກ​ສູງ​ດັດຊະນີ​ໃຫ້​ຊຸມ​ປີ​ຕໍ່​ໄປ. ທ່າ​ນຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ບັນດາ​ກະຊວງ, ອົງການທຽບ​ເທົ່າ​ກະຊວງ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ກຳນົດ​ເລື່ອງ​ປະຕິ​ຮູບ​ລະບຽບ​ການ​ບໍລິ​ຫານ​ແມ່ນ​ໜ້າ​ທີ່, ​ວຽກ​ງານ​ປະຈຳ​ໃນ​ຕະຫຼອດ​ວິວັດທະນາ​ການ​ຜັນ​ຂະຫຍາຍ​ໂຄງການ​ສັງ​ລວມປະຕິ​ຮູບ​ດ້ານບໍລິຫານ​ແຫ່ງ​ລັດ​ໄລ​ຍະ 2011 – 2020.


ຂ່າວ/ບົດ​ອື່ນ