ການປະຊຸມຂ່າວປະກາດບົດລາຍງານສະພາບ
ຢາເສບຕິດໂລກ 2013
ພາບ:internet
|
(vovworld)- ວັນທີ 26/6 ຢູ່ຮ່າໂນ້ຍ, ບັນດາອົງການ ສປຊ ປະຈຳຫວຽດນາມ ໄດ້ປະກາດບົດລາຍງານສະພາບຢາເສບຕິດໂລກປີ 2013 ໃນນັ້ນໄດ້ເນັ້ນຫນັກເຖິງການເພີ່ີມຂຶ້ນຂອງສານເສບຕິດໃຫມ່. ບົດລາຍງານດັ່ງກ່າວໃຫ້ເຫັນວ່າ: ໄພຢາເສບຕິດບໍ່ທັນຫລຸດລົງເທື່ອ ແຕ່ສານເສບຕິດໃຫມ່ພວມປະກົດອອກ ແລະ ແຜ່ລາມອອກສູ່ວົງກວ້າງຢ່າງວອ່ງໄວໄດ້ກໍ່ຄວາມຫຍຸ້ງຍາກຫລາຍຢ່າງຕໍ່ຂະແຫນງການແພດໃນການປ້ອງກັນ ແລະ ຄວບຄຸມຢາເສບຕິດ . ຕາມບົດລາຍງານແລ້ວ, ສານເສບຕິດໃຫມ່ໄດ້ເພີ່ມຂຶ້ນກວ່າ 50%, ຈາກ 166 ປະເພດເມື່ອປີ 2009 ຂຶ້ນເຖິງ 251 ເມື່ອກາງປີ 2012.