ປະກາດບົດລາຍງານສຳຫຼວດຕີລາຄາບັນດາຄາດໝາຍກ່ຽວກັບເດັກແລະແມ່ຍິງຢູ່ຫວຽດນາມ
ປະກາດບົດລາຍງານສຳຫຼວດຕີລາຄາບັນດາ
ຄາດໝາຍກ່ຽວກັບເດັກແລະແມ່ຍິງຢູ່ຫວຽດນາມ
(ພາບ: sggp.org.vn)
(vovworld) – ວັນທີ 04/09, ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ ໄດ້ສົມທົບກັບກົມໃຫຍ່ກົມສະຖິຕິ ຈັດຕັ້ງກອງປະຊຸມສຳມະນາ ປະກາດບົດລາຍງານຕີລາຄາບັນດາຄາດໝາຍກ່ຽວກັບເດັກ ແລະ ແມ່ຍິງຢູ່ຫວຽດນາມ ປີ 2014, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກຄົ້ນຄວ້າ, ຜູ້ຕາງໜ້າບັນດາອົງການສາກົນຢູ່ຫວຽດນາມ ເປັນຈຳນວນຫຼາຍ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນລ້ຽວ, ຮອງຫົວໜ້າກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ, ບົດລາຍງານສຳຫຼວດຕີລາຄາຄາດໝາຍເດັກ ແລະ ແມ່ຍິງຫວຽດນາມ ປີ 2014 ໄດ້ສະໜອງບັນດາຂໍ້ມູນ ແລະ ໄຈ້ແຍກສຳຄັນ ທີ່ສ່ອງແສງບັນດາຜົນງານຂອງຫວຽດນາມ ໃນການປະຕິບັດຄາດໝາຍພັດທະນາ. ບົດລາຍງານຄັ້ງນີ້ ຕ້ອງໄດ້ນຳເຂົ້າໂຄງການສຳຫຼວດແຫ່ງຊາດຂອງຫວຽດນາມ ເພື່ອແນໃສ່ຕິດຕາມ ແລະ ອັບເດັດສະພາບການເດັກ ແລະ ແມ່ຍິງຂອງຫວຽດນາມ ເປັນປະຈຳ. ທ່ານ Youssouf Abdel Jelil, ຫົວໜ້າກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ ປະຈຳຫວຽດນາມ ເນັ້ນໜັກວ່າ, ບົດລາຍງານສຳຫຼວດຕີລາຄາບັນດາຄາດໝາຍກ່ຽວກັບເດັກ ແລະ ແມ່ຍິງ ແມ່ນການປະກອບສ່ວນລວມ ເຂົ້າໃນການປະຕິວັດດ້ານຂໍ້ມູນ ເຊິ່ງໄດ້ຮັບການຮຽກຮ້ອງ ເພື່ອມຸ້ງໄປເຖິງບັນດາຄາດໝາຍພັດທະນາຢ່າງໝັ້ນຄົງຢູ່ຫວຽດນາມ.