(ພາບປະກອບ:tinmoi.vn)
(vovworld): ຕອນຄ່ຳວັນທີ 14/1, ກົງສູນໃຫ່ຍອັງກິດ ປະຈຳນະຄອນໂຮ່ຈິມິນ ໄດ້ຈັດພິທີປະກາດລາຍການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາຊະອານາຈັກອັງກິດ-ຫວຽດນາມ. ນີ້ແມ່ນເຫດການເປີດສາກລາຍການສັງລວມສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ຊື່ງລວມມີບັນດາການເຄື່ອນໄຫວຈັດຂຶ້ນໃນຕະຫຼອດປີ 2013 ຢູ່ທັງສອງປະເທດ. ພົ້ນເດັ່ນແມ່ນເວທີປາໄສການສຶກສາໂລກຢູ່ອັງກິດ; ສັບປະດາສະແດງຊຸດອາພອນສະໄໝລອນດອນ ແລະ ກອງປະຊຸມສຳມະນາສິ່ງແວດລ້ອມໝັ້ນຄົງຢູ່ຮ່າໂນ້ຍ; ງານມະໂຫນສາຍຟິມຮູບເງົາອັງກິດ ຢູ່ຫວຽດນາມ ແລະ ງານບຸນລະດູແລ້ງຫວຽດນາມ ຢູ່ອັງກິດ. ບັນດາການເຄື່ອນໄຫວຕົ້ນຕໍຈະຖືກດຳເນີນໄປໃນເດືອນ 9/2013 ດ້ວຍສັບປະດາອັງກິດ ຢູ່ຫວຽດນາມ ແລະ ສັບປະດາຫວຽດນາມ ຢູ່ອັງກິດ ຊື່ງລວມມີບັນດາການເຄື່ອນໄຫວດ້ານການຄ້າ, ວັດທະນະທຳ ແລະ ການສຶກສາ. ທ່ານ Douglas Barnes ຫົວໜ້າກົງສູນອັງກິດ ປະຈຳນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ປີນີ້ແມ່ນຄົບຮອບ 100 ປີເຕັມແຫ່ງວັນປະທານໂຮຈິມິນ ໄປຮອດນະຄອນລອນດອນ. ຢູ່ໂຮງແຮມ Carlton ຍັງມີປ້າຍສີຂຽວເປັນຂີດໝາຍບ່ອນທີ່ເພິ່ນເຮັດວຽກ. ບັນດາຊຸມປີຄາວໄວໜຸ່ມຂອງປະທານໂຮຈິມິນ ຢູ່ລອນດອນ ໄດ້ສ້າງພື້ນຖານຍາວນານໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງສອງປະເທດພວກເຮົາ. ພ້ອມກັບການເວລາ, ການພົວພັນສອງຝ່າຍນັບມື້ນັບໄດ້ຮັບການເພີ່ມທະວີ. ພວກເຮົາໄດ້ກ້າວເຂົ້າສູ່ປີທີ 3 ແຫ່ງການປະຕິບັດຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດໂດຍລັດຖະບານສອງປະເທດລົງນາມເມື່ອປີ 2010, ໄດ້ເຫັນປະຈັກຕາການພັດທະນາການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່. ພວກເຮົາຈັດພິທີ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດເພື່ອມຸ້ງໄປເຖິງອະນາຄົດທີ່ເຕັມໄປດ້ວຍຄວາມມຸ້ງຫວັງ ແລະ ຜົນສຳເລັດ“