ປະກາດໂຄງການເພີ່ມທະວີລະບົບໜູນຊ່ວຍສັງຄົມຫວຽດນາມ

ປະກາດໂຄງການເພີ່ມທະວີລະບົບໜູນຊ່ວຍສັງຄົມຫວຽດນາມ - ảnh 1
ພິທີປະກາດ​ໂຄງການ​​ເພີ່ມ​ທະວີ​ລະບົບ​ໜູນ​ຊ່ວຍ​ສັງຄົມ​ຫວຽດນາມ
(ພາບ: molisa.gov.vn)


(vovworld) –  ທີ່​ພິທີ​ປະກາດ​ໂຄງການ​​ເພີ່ມ​ທະວີ​ລະບົບ​ໜູນ​ຊ່ວຍ​ສັງຄົມ​ຫວຽດນາມ, ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 07/08, ຢູ່​ຮ່າ​ໂນ້ຍ, ​ໂດຍ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຈັດ​ຕັ້ງ. ​ໂຄງການ​ໄດ້ປະຕິບັດ​ທົດລອງ​ຢູ່ 4 ​ແຂວງ​ຄື: ຮ່າ​ຢາງ, ກວາງ​ນາມ, ​ເລີມ​ດົ່ງ ​ແລະ ຈ່າ​ວິ​ງ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ 62,5 ລ້ານ USD. ​ໂຄງການ​​ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ລະບົບ​ຄຸ້ມ​ຄອງ ​ແລະ ຜັນ​ຂະຫຍາ​ຍບັນດາ​ໂຄງການ​ໜູນ​ຊ່ວຍ​ສັງຄົມ​ທີ່​ທັນ​ສະ​ໄໝ, ມຸ່ງ​​ໄປ​ເຖິງ​ການ​ຮັບປະກັນ​ການ​ລະດັບຄອງຊີບໃຫ້​​ແກ່ປະຊາຊົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ລັດຖະມົນຕີກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຫງວຽນ​ຈ້ອງ​ດ່າ​ມ ​ໃຫ້​ຮູ້​ວ່າ.

        “ພວກ​ເຮົາ​ເລືອກ​​ໄດ້ 4 ​ແຂວງ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ແຂ​ວງທຸກ​ຍາກ, ​ແຂວງ​ມີ​ເປົ້າ​ໝາຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ຕາງ​ໜ້າ​ໃຫ້​ບັນດາ​ບໍລິ​ເວນ, ​ເຂດ​ແຄ້ວ​ນ ຈາກ​ນັ້ນ​ຕີ​ລາຄາ, ຖອດ​ຖອນ​ບົດຮຽນ ​ແລະ ທະວີ​ຄູອອກສູ່​ທົ່ວ​ປະ​ເທດ. ໂຄງການ​ນີ້ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ຄອບຄົວ​ທຸກ​ຍາກມີ​ເດັກນ້ອຍ​ໃນ​ເກ່ັນ​ອາຍຸ​ຕຳ່ກ່ວາ 1 ປີຫາ 15 ປີ, ພິ​ເສດ​ແມ່ນ​ບັນດາ​ຄອບຄົວ​ມີ​ເດັກນ້ອຍ​ໃນເກັນອາຍຸຮໍ່າ​ຮຽນ​ແຕ່​ບໍ່​ໄດ້​ໄປ​ໂຮງຮຽນ ​ແລະ ນັບ​ທັງ​ໜູນ​ຊ່ວຍບັນດາ​ແມ່ຍິງ​ພວມ​ຖືພາ​ອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ