ການໂອ້ລົມສົນທະນາ
(ພາບ: Quang Vinh/Vietnam+)
|
(vovworld) – ວັນທີ 6/6, ຢູ່ສູນການຄ້າ Sapa ທີ່ນະຄອນຫຼວງ Praha, ທ່ານເອກອັກຄະລັດຖະທູດ ຫວຽດນາມ ເຈືອງແມ້ງເຊີນ ແລະ ປະທານສະມາຄົມຊາວ ຫວຽດນາມ ຢູ່ ສ. ເຊັກໂກ ຮ່ວາງດິ່ງຖັ໋ງ, ເປັນປະທານການໂອ້ລົມສົນທະນາ ເພີ່ມທະວີການສົມທົບລະຫວ່າງສະຖານທູດ ແລະ ສະມາຄົມຊາວ ຫວຽດນາມ ເພື່ອແນໃສ່ປ່ຽນໃໝ່, ຍົກສູງປະສິດທິຜົນວຽກງານອາລັກຂາພົນລະເມືອງ. ທີ່ການໂອ້ລົມສົນທະນາ, ທ່ານ ເລກວກຕ໋ວນ, ຫົວໜ້າຫ້ອງການກົງສູນສະຖານທູດ ຫວຽດນາມ, ປະກາດໂທລະສັບສາຍດ່ວນສະຫງວນໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ ສ. ເຊັກໂກ. ຕາມນັ້ນແລ້ວ, ຊາວ ຫວຽດນາມ ຢູ່ ສ. ເຊັກໂກ ເມື່ອປະສົບກັບຄວາມຫຍຸ້ງຍາກກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງ ກົງສູນ ແລະ ອາລັກຂາພົນລະເມືອງ ສາມາດໂທລະສັບເຖິງເບີ: 792 392 299 ເພື່ອໄດ້ຮັບການປຶກສາ ແລະ ຊ່ວຍເຫຼືອ. ກົນໄກການເຄື່ອນໄຫວຂອງໂທລະສັບສາຍດ່ວນຈະໄດ້ຮັບການປັບປຸງສຳເລັດໃນໄລຍະໄວທີ່ສຸດ.